Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ

Posted on 08/10/202008/10/2020 By All in LAOS No Comments on ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ

ລະ​ວັງລະ​ດັບ​ນ້ຳ​ເຊກອງ ຈະ​ເພີ່ມ​ສູງ​ຂຶ້ນ 5-6 ແມັດ ໃນ​ລະ​ຫວ່າ​ວັນ​ທີ 7-10 ຕຸ​ລາ ເນື່ອງ​ມີ​ການ​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ​ໄຟ​ຟ້າ​ຈາກຫວຽດ​ນາມລົງ​ມາ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ເຊກອງ ແຈ້ງເຕືອນໄພລະດັບນ້ຳເຊກອງ ແຕ່ວັນທີ່ 7-10 ຕຸລາ 2020.

ອີງໃສ່ແຈ້ງການຂອງບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳ/ຕົກພາກກາງຂອງ ສສ ຫວຽດ​ນາມ ວ່າດ້ວຍການປ່ອຍນ້ຳບໍລິຫານອ່າງເກັບນ້ຳເຂື່ອນໄຟຟ້າອາເລື້ອຍ ໃນລະຫວ່າງວັນທີ 7-10 ຕຸລາ 2020 ລະດັບນ້ຳເຊກອງ ຈະມີປະລິມານເພີ່ມຈາກລະດັບປົກກະຕິ ເນື່ອງຈາກວ່າ ບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ປະເທດຫວຽດນາມ ຈະໄດ້ປ່ອຍນ້ຳອອກຈາກເຂື່ອນ.

ໃນເວລາ 8:00ໂມງ ຂອງວັນທີ 9 ຕຸລາ2020 ໃນບໍລິມາດທີ່ຈະປ່ອຍ 100-1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າລະດັບນ້ຳ-ນ້ຳເຊກອງ ໃນລະຫວ່າງວັນທີ່ 7-10 ຕຸລາ 2020 ຈະມີປະລິມານສູງຂຶ້ນເຖິງ 5.50 ຫາ 6.50 ແມັດ ແລະ ລະດັບນ້ຳເຊກອງ ປັດຈຸບັນເວລາ 7:00 ໂມງ ຂອງວັນທີ 6 ຕຸລາ 2020 ແທກໄດ້ 2.52 ແມັດ ( ລະດັບນ້ຳເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18.50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ອາໄສ ແລະ ດຳລົງຊີວິດ ຢູ່ລຽບຕາມລຳນ້ຳເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບການ ດັ່ງທີ່ຈະເກີດຂຶ້ນ ແລະ ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນ້ຳຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈຳ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ອຸຕຸເຕືອນຝົນຕົກໜັກ 9-11 ຕຸລາ ນີ້
Next Post: ຈະຈັດງານດອງ ຫຼື ງານຕ່າງໆ ກະລຸນາອ່ານໃຫ້ລະອຽດ ເພື່ອປ້ອງກັນ ໂຄວິດ-19

Related Posts

ເກີດແຜ່ນດິນໄຫວ ທີ່ແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣີກເຕີ ຂ່າວສານບ້ານເມືອງ
ຈຸດກວດຂົວຫ້ວຍໜ້ຽງ ເມືອງນ້ຳບາກ ສືບຕໍ່ເຂັ້ມງວດຄັດກອງຄົນເຂົ້າ-ອອກ ຂ່າວສານບ້ານເມືອງ
ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ ຂ່າວສານບ້ານເມືອງ
ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍກອງທຶນສົ່ງເສີມ SME ໃຫ້ບັນດາແຂວງພາກກາງ ຂ່າວສານບ້ານເມືອງ
ເມືອງບົວລະພາຊ່ວຍຊ້າງປ່າຂື້ນຈາກໜອງນໍ້າໄດ້ສຳເລັດ ແລະ ປອດໄພເປັນຢ່າງດີ ຂ່າວສານບ້ານເມືອງ
ຂ່າວໂຄວິດລາວພົບຜູ້ຕິດເຊື້ອເພີ່ມ 296ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme