Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເກີດເຫດ! ໄຟໄໝ້ເຮືອນປະຊາຊົນ ບ້ານດອນ ເມືອງນາກາຍ ເສຍຫາຍຫມົດ 1 ຫລັງ

Posted on 08/10/202008/10/2020 By News No Comments on ເກີດເຫດ! ໄຟໄໝ້ເຮືອນປະຊາຊົນ ບ້ານດອນ ເມືອງນາກາຍ ເສຍຫາຍຫມົດ 1 ຫລັງ

ໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ຢູ່ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ, ໄດ້ເກີດໄຟໄໝ້ເຮືອນປະຊາຊົນຈຳນວນ 1 ຫລັງ. ຕາມການລາຍງານຂອງ ທ່ານ ນາຍບ້ານໆດອນ ໄດ້ໃຫ້ຮູ້ວ່າໃນເວລາ 9 ໂມງເຊົ້າຂອງວັນທີ 6 ຕຸລາ 2020 ໄດ້ເກີດມີໄຟໃໝ້ເຮືອນ ທີ່ມຸງດ້ວຍກະເບື້ອງ, ຝາແອ້ມດ້ວຍໄມ້ ເຊິ່ງເປັນເຮືອນຂອງພໍ່ເຖົ້າ ໂສມ ອາຍຸ 80 ປີ.

ເຫດການຄັ້ງນີ້ແມ່ນຍ້ອນເປັນປະເພດເຮືອນໄມ້ ບວກກັບມີກະແສລົມພັດແຮງໃນເວລາທີ່ໄຟໄໝ້ ຈຶ່ງມີຄວາມລຳບາກໃນການເຂົ້າຊ່ວຍເຫລືອມອດໄຟຂອງປະຊາຊົນ ຈຶ່ງເຮັດໃຫ້ເຮືອນດັ່ງກ່າວເສຍຫາຍຫມົດທັງຫລັງ ສາມາດນຳອອກມາໄດ້ພຽງແຕ່ລົດຈັກ Honda w 100 ຈຳນວນ 1 ຄັນເທົ່ານັ້ນ ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບແຕ່ຢ່າງໃດ, ສ່ວນສາເຫດ ແລະ ລາຍລະອຽດໃນການເກີດອັກຄີໄພຄັ້ງນີ້ ແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງພາກສ່ວນທີ່ກ່ຽວຂ້ອງ.

ມາຮອດເວລາ 11:15 ນາທີ ຂອງວັນດຽວກັນ ທາງການນໍາຂັ້ນເມືອງກໍ່ໄດ້ລົງກວດກາຕົວຈິງ ແລະ ໃຫ້ຄວາມອົບອຸ່ນຕໍ່ຄອບຄົວຜູ້ເສຍຫາຍ ເຊິ່ງນຳພາໂດຍ ທ່ານ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດ, ກໍ່ສ້າງພັກ – ພະນັກງານ ພ້ອມຄະນະໄດ້ລົງກວດກກາຜົນເສຍຫາຍຕົວຈິງ ແລະ ໄດ້ໂອ້ລົມກັບທ່ານນາຍບ້ານ ເຖິງທີ່ໄປທີ່ມາຂອງເຫດການດັ່ງກ່າວ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍນຳຜູ້ປະສົບໄພໃນການດຳເນີນການດຳລົງຊີວິດໃນຕໍ່ໜ້າພ້ອມທັງຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃຫ້ການຊ່ວຍເຫລືອຄອບຄົວດັ່ງກ່າວຕາມຄວາມເໝາະສົມ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19
Next Post: ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ

Related Posts

ຂ່າວດ່ວນ ຂ່າວດີ ປັບລົງລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
WhatsApp ດ່ວນ ແຈ້ງເຫດປະກົດການຫຍໍ້ທໍ້ ແລະ ຂໍການຊ່ວຍເຫຼືອ ຂ່າວສານບ້ານເມືອງ
ລາວຫາລືຂໍການສະໜັບສະໜູນຈາກຄູ່ຮ່ວມພັດທະນາສາກົນ ເພື່ອຕ້ານກັບ ໄວຣັສໂຄໂຣນາ ຂ່າວສານບ້ານເມືອງ
ແນວລາວສ້າງຊາດແຂວງຫຼວງພະບາງມອບເຄື່ອງຊ່ວຍເຫຼືອໃຫ້ເມືອງໂພນທອງ ຂ່າວສານບ້ານເມືອງ
ກັກໂຕຍົກແກ້ງພາກັນ ເ ສ ບ ຢ າ ເ ສ ບ ຕ ິ ດ ຂ່າວສານບ້ານເມືອງ
ໄຊຍະບູລີຕັ້ງເປົ້າ 5 ປີຕໍ່ໜ້າ ຄອບຄົວທຸກຍາກມີບໍ່ເກີນ 3.2 ເປີເຊັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme