Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19

Posted on 08/10/202008/10/2020 By News No Comments on ລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19

ເນື່ອງໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມາເຂົ້າຮ່ວມການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ່ XI ນັ້ນ. ໃນຕອນເຊົ້າຂອງວັນທີ 7 ຕຸລາ 2020 ນີ່, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວນຄະນະການນຳຂັ້ນແຂວງ, ຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ ກອງພັນນ້ອຍທະຫານຮາບ 19 ຢູ່ ເມືອງບຸນເໜືອ, ແຂວງຜົ້ງສາລີ.

ໂອກາດນີ້ ກໍ່ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານຂອງກອງພັນນ້ອຍທະຫານຮາບ 19 ຈາກສະຫາຍ ພັນໂທ ວິໄລ ແພງສົມເຮືອງ ຄະນະພັກກອງບັນຊາການທະຫານແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍທະຫານຮາບ 19.

ຈາກນັ້ນ, ທ່ານລັດຖະມົນຕີຍັງໄດ້ໃຫ້ກຽດໂອ້ລົມຕໍ່ນາຍ ແລະ ພົນທະຫານ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນທີ່ເກີດຂຶ້ນພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່, ເຊິ່ງມັນໄດ້ທ້າທາຍຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນກໍ່ຄືອະນາຄົດ, ປະຫວັດ, ມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຊາດແຂວງຜົ້ງສາລີເວົ້າລວມເວົ້າສະເພາະຂອງກອງພັນນ້ອຍທະຫານຮາບ 19, ຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຕໍ່ການສ້າງ ແລະ ປັບປຸງກອງທັບໃຫ້ມີຄວາມເຕີບໃຫຍ່, ໝັກແໜ້ນ ແລະ ເຂັ້ມແຂງຮອບດ້ານຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານກອງພັນນ້ອຍທະຫານຮາບ 19 ສືບຕໍ່ເອົາໃຈໃສ່ບາງດ້ານ ໂດຍສະເພາະແມ່ນ: ສືບຕໍ່ສືກສາອົບຮົບການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານຢ່າງຕໍ່ເນື່ອງ, ສືບຕໍ່ສ້າງພາລາທິການກັບທີ, ໃນການປູກ, ການລ້ຽງ, ເຮັດໃຫ້ກົມກອງກຸ້ມຢູ່ກຸ້ມກີນ, ສືບຕໍ່ຮໍ່າຮຽນເອົານໍ້າໃຈຮັກຊາດ, ນໍ້າໃຈພີລະອາດຫານ, ມູນເຊື້ອຂອງກອງທັບ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ຝຶກແອບວິຊາສະເພາະໃຫ້ມີຄວາມຊໍານິຊໍານານ, ມີຄວາມພ້ອມໃນການສູ້ຮົບຢູ່ສະເໝີ ໂດຍສະເພາະສິນລະປະຍຸດ, ຍຸດທະວີທີ ແລະ ເຂັ້ມງວດໃນການປະຕິບັດລະບຽບວີໄນ, ມີການປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບ ສາມາດເຮັດຫຼ້ອນໜ້າທີ່ທີຂັ້ນເທິງມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ ແນ່ໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກໂດຍພຶ້ນຖານ.

ໃນໂອກາດທີ່ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19 ນັ້ນ ຍັງໄດ້ນຳເອົາອາຫານແຫ້ງຈຳນວນໝື່ງມອບໃຫ້ກັບກອງພັນນ້ອຍທະຫານຮາບ19 ຕື່ມອີກ.

ພາບ-ຂ່າວ: ແສງຄຳ ສາລີວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ! ນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ ຊາຍແດນລາວ-ຫວຽດນາມ
Next Post: ເກີດເຫດ! ໄຟໄໝ້ເຮືອນປະຊາຊົນ ບ້ານດອນ ເມືອງນາກາຍ ເສຍຫາຍຫມົດ 1 ຫລັງ

Related Posts

1 ໃນຜູ່ບາດເຈັບ ເຫດອາລະວາດຕີກັນທີ່ ຕາດວັງນໍ້າເຜິ້ງ ເຈັບໜັກຕາແຕກ ກະໂຫຼກຫົວແຕກ ຂ່າວສານບ້ານເມືອງ
ພະນະທ່ານ ຄໍາໄຕ ສີພັນດອນ ຂີ່ລົດໄຟລາວ-ຈີນ ໄປຢາມວັງວຽງ ພ້ອມພັນລະຍາ ຂ່າວສານບ້ານເມືອງ
ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ກົມໃຫຍ່ເຕັກນິກກອງທັບຍິງທົດລອງປືນທີ່ຕິດຕັ້ງໃສ່ລົດສູ້ຮົບ ຂ່າວສານບ້ານເມືອງ
ອ່ານດ່ວນ ການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ໃນປີ 2022 ຂ່າວສານບ້ານເມືອງ
ປກສ ອຸດົມໄຊ ທໍາລາຍປ້າຍລົດ ບໍ່ຖືກກົດໝາຍ ຈໍານວນຫຼາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme