Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນ 19 ທະຫານແຂວງອັດຕະປື ປະກາດເລື່ອນຊັ້ນໃຫ້ນາຍທະຫານ

Posted on 08/10/202008/10/2020 By News No Comments on ກອງພັນ 19 ທະຫານແຂວງອັດຕະປື ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 7 ຕຸລາ 2020 ນີ້, ກອງພັນ19 ທະຫານແຂວງອັດຕະປື, ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຢູ່ພາຍໃນກົມກອງຂອງຕົນຂື້ນທີ່ສະໂມສອນຂອງກອງພັນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັທ ເເສງສຸລີ ເມກເມືອງໄຊ ຄະນະພັກກອງບັນຊາການ ຮອງຫ້ອງເສນາທິການກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກຮາກຖານກອງພັນ19, ພະແນກການຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ,ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີII ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານໃຫ້ຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ແລະ ຮອດຕາມກຳນົດ,ໂດຍສະເພາະແມ່ນຢູ່ກອງພັນ19 ທະຫານແຂວງອັດຕະປື ທີ່ໄດ້ຮັບການເລື່ອນຊັ້ນໃໝ່ລວມທັງໝົດມີ 7 ສະຫາຍ, ໃນນີ້ເລື່ອນຊັ້ນຈາກຮ້ອຍເອກ ຂຶ້ນ ພັນຕີ ມີ 1 ສະຫາຍ , ເລື່ອນຊັ້ນ ຈາກວາທີ ຂຶ້ນຊັ້ນ ຮ້ອຍຕີ ມີ 6 ສະຫາຍ.

ໃຫ້ກຽດຂື້ນປະດັບຊັ້ນໂດຍ ສະຫາຍ ພັທ ເເສງສຸລີ ເມກເມືອງໄຊ ຄະນະພັກກອງບັນຊາການທະຫານເເຂວງ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງ ຮັບຮູ້ວ່າ ນີ້ແມ່ນການເພີ່ມຄວາມຮັບຜິດຊອບໃຫ້ບັນດາສະຫາຍ ໃຫ້ສູງຂຶ້ນກ່ວາເກົ່າ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ເຮັດວຽກງານ ສຶກສາອົບຮົມການເມືອງ-ນຳພາແນວຄິດຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງດ້ວຍການຄົ້ນຄວ້າຮໍ່າຮຽນ ແລະ ກຳແໜ້ນແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ, ສືບຕໍ່ເອົາໃຈໃສ່ ຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງສຸດ ແລະ ສ້າງຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ມີຄຸນນະພາບຕໍ່ໄປ.

ຂ່າວ: ສຸກສະໄໝ ນວນມະລິນ

ພາບ: ບຸນໄຊ ກິດທິລາ

ຂ່າວສານບ້ານເມືອງ

Post navigation

Previous Post: ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໝທີ IX
Next Post: ເມືອງວິລະບູລີ ໄດ້ຮັບຜົນກະທົບຈາກພາຍຸເຮັດໃຫ້ມີຝົນຕົກໜັກໃນໄລຍະ1-2ວັນທີ່ຜ່ານມາ

Related Posts

ຈາກຮອງຜູ່ອໍານວຍການໂຮງງານ ກ້າວສູ້ເຈົ້າຂອງບໍລິສັດຈັດສັນທີ່ດີນ ເພາະການລົງມືເຮັດ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ) ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ ຂ່າວສານບ້ານເມືອງ
ຫ້າວຫັນ ແລະ ດຸໝັ່ນຂະຫຍັນພຽນໃນການປະຕິບັດຂໍ້ກໍານົດກົດລະບຽບ ຂ່າວສານບ້ານເມືອງ
ປກສ ເມືອງຈຳປາສັກ ຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ ບ້ານດອນຕະລາດ ຂ່າວສານບ້ານເມືອງ
ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme