Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໝທີ IX

Posted on 07/10/202007/10/2020 By News No Comments on ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໝທີ IX

ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງ ຄັ້ງທີ 17 ສະໄໝທີ IX ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 7-8 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ໂອໄດ ສຸ ດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ.

ກອງປະຊຸມ ໄດ້ພ້ອມກັນສະຫລຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16 ສະໄໝທີ IX, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງໄລຍະ 9 ເດືອນປີ 2020 ແລະ ແຜນຈຸດສຸມ 3 ເດືອນທ້າຍປີ 2020, ຟັງການສະຫລຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈຳ 9 ເດືອນປີ 2020 ແລະ ແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2020 ແລະ ບັນດາພະແນກການໂດຍສະເພາະລົງເລິກຂົງເຂດເສດຖະກິດ-ວັດທະນະທໍາຈຳນວນໜຶ່ງ.

ພ້ອມນີ້, ຍັງໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມຂອງຄະນະອະນຸກຳມະການດ້ານເນື້ອໃນ ກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງ ເປັນຕົ້ນ ຮ່າງລາຍ ງານການເມືອງສະບັບຫຍໍ້, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ( 2021-2025 ) ສະບັບຫຍໍ້, ຮ່າງບົດສຳຫລວດນຳພາລວມຂອງຄະນະບໍລິ ຫານງານພັກແຂວງ (ສະໄໝທີ IX) ແລະ ຮ່າງໂຄງການດຳເນີນງານຕະຫລອດສະໄໝກອງປະຊຸມຄັ້ງທີ X ຂອງອົງຄະພັກແຂວງ, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ພ້ອມ ກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມບັນລຸຕາມລະດັບຈຸດປະສົງຄາດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນເກີດເຫດ! ລົດຮຸນໄດປະທະສິບລໍ້
Next Post: ກອງພັນ 19 ທະຫານແຂວງອັດຕະປື ປະກາດເລື່ອນຊັ້ນໃຫ້ນາຍທະຫານ

Related Posts

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ ຂ່າວສານບ້ານເມືອງ
ແຈ້ງການ! ມອດໄຟ ໃນລະຫວ່າງວັນທີ 21-22-23 ເມສາ 2021 ຂ່າວສານບ້ານເມືອງ
ນ້ອງມິນລີ້ ດີໃຈຫຼາຍໄດ້ຮັບອຸປະຖຳເຄື່ອງອຸປະກອນການຮຽນຊ່ວຍເຫຼືອໂຮງຮຽນ ຈາກຜູ້ໃຫຍ່ໃຈດີ ຂ່າວສານບ້ານເມືອງ
ບັນລຸທຸກຄຳສັນຍາທີ່ໃຫ້ໄວ້ກັບເມຍ 10 ປີກ່ອນ ຈາກຜູ້ຊາຍຈົນໆ ທີ່ນ້ອງຍອມສູ້ ແລະ ຝາກຊີວິດນຳ ຈົນມີມື້ນີ້ ຂ່າວສານບ້ານເມືອງ
ອີກແລ້ວ ກະບະເສຍຫຼັກຕໍາຮົ້ວກັ້ນຂ້າງທາງດ່ວນ ເຈັບ 6 ຄົນ ຂ່າວສານບ້ານເມືອງ
ປກສ ຄຳມ່ວນ ກັກໂຕໄວລຸ້ນ 3 ຄົນນັກຄ້າ ຢ າ ເ ສ ບ ຕ່າງແຂວງ 100.000 ກວ່າເ ມັ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme