Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ

Posted on 07/10/202007/10/2020 By News No Comments on ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ

ໃນວັນທີ7.10.2020 ໂດຍປະຕິບັດຕາມຂໍ້ຕົກລົງຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ວ່າດ້ວຍການຈັດແບ່ງແນວພັນສັດປີກ ແລະ ປາ ໃຫ້ 4 ຕົວເມືອງທີ່ໄດ້ຮັບ ຜົນກະທົບຈາກໄພທຳມະຊາດ ປີ 2019 ດັ່ງນັ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ ຜ່ານມານີ້ຢູ່ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບແນວພັນໄກ່ ໃຫ້ປະຊາຊົນ 13 ບ້ານ, ມີ 130 ຄອບຄົວ ທີ່ຖືກຜົນກະທົບຈາກໄພພິບັດໃນ 2019 ທີ່ຜ່ານມາ ເຊິ່ງມີບ້ານແກ້ງກຸຍ, ບ້ານແກ້ງກຽນ, ບ້ານວັກ, ບ້ານຈຣອກ, ບ້ານສອງຄອນ, ບ້ານຈິງ, ບ້ານໂລ້ຍ, ບ້ານຫາດນອງ, ບ້ານຕີນ-ຕຶມ, ບ້ານເຈຼະ, ບ້ານຕັງກາດ, ບ້ານຕັງປຼັງ ແລະ ບ້ານຕະມໍໃໝ່ ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ຄຳປະເສີດ ດອຍບົວລະພາ ຮອງເຈົ້າເມືອງ – ເມືອງກະລຶມ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ແສງອຸໄທ ຄຳວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງກະລຶມ, ວິຊາການລ້ຽງສັດ ແລະ ການປະມົງຂັ້ນແຂວງ – ຂັ້ນເມືອງ, ຜູ້ຕາງໜ້າຈາກບໍລິສັດ ແລະ ພໍ່ແມ່ປະຊາຊົນມາຈາກບ້ານດັ່ງກ່າວເຂົ້າຮ່ວມ.

ທ່ານ ສີອຳພອນ ສີນາມົນຕິ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ໄດ້ໃຫ້ຮູ້ວ່າ: ແນວພັນໄກ່ທີ່ມອບໃຫ້ປະຊາຊົນໃນຄັ້ງນີ້ແມ່ນບໍລິສັດ ເອສ ເອມ ພີ ເທຣດດິ້ງ ຈຳກັດຜູ້ດຽວ ເປັນຜູ້ຈັດຊື້ແນວພັນໄກ່ ຈຳນວນ 1.350 ໂຕ ເພື່ອຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນຳເອົາສັດປີກຈຳນວນດັ່ງກ່າວມາລ້ຽງເປັນການປັບປຸງ, ພື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໂອກາດນີ້ ທາງວິຊາການຂະແໜງລ້ຽງສັດ ແລະ ການປະມົງ ກໍໄດ້ແນະນຳວິທີການລ້ຽງໄກ່ ແລະ ການປົກປັກຮັກສາໄກ່ ເປັນຕົ້ນແມ່ນເອົາໃຈໃສ່ໃນການໃຫ້ອາຫານໄກ່, ການສັກຢາ, ຢອດຢາເປັນປົກກະຕິເພື່ອເຮັດໃຫ້ໄກ່ມີພູມຕ້ານທານທີ່ດີປອດຈາກເຊື້ອພະຍາດທີ່ອາດເກີດຂຶ້ນຕາມລະດູການ.

ພາບ-ຂ່າວ: ຄຳເພົ້າ ຮຸ່ງໄຊຍະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຢູ່ ກທອ
Next Post: ດ່ວນເກີດເຫດ! ລົດຮຸນໄດປະທະສິບລໍ້

Related Posts

ຫ້າມຈັດງານ-ປິດຮ້ານຄາຣະໂອເກະແລະສະຖານບັນເທີງ 5-30/4/2022 ຂ່າວສານບ້ານເມືອງ
ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ສຊປລ ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີຄຸນສົມບັດສິນທຳປະຕິວັດມີນ້ຳໃຈຮັກຊາດ ຂ່າວສານບ້ານເມືອງ
ພາຍຸໂນອຶນ ມາຮອດເມືອງຕະໂອ້ຍ ແຂວງສາລະວັນເວລາ09:00 ເຮັດໃຫ້ມີນໍ້າຖ້ວມ ຂ່າວສານບ້ານເມືອງ
ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ ຂ່າວສານບ້ານເມືອງ
ປກສ ເມືອງພຽງ ກຽມພ້ອມເຕັມທີ່ຊ່ວຍເຫຼືອ ປະຊາຊົນທີ່ປະສົບໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຕໍາກັນດັງສະນັ່ນ ທາງ ເຂດບ້ານໜອງພະຍາ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme