Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຢູ່ ກທອ

Posted on 07/10/202007/10/2020 By News No Comments on ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຢູ່ ກທອ

ໃນວັນທີ 6 ຕຸລາ 2020 ນີ້, ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຂັ້ນບັນຊາຫົວໜ້າຫ້ອງ, ຮອງຫ້ອງ ແລະ ຫົວໜ້າກອງພັນໃຫຍ່ຢູ່ສະໂມສອນກອງບັນຊາການທະຫານອາກາດ (ກທອ), ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດ

ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ໂສພາວັນທຳມະເທວາ ຮອງຫົວໜ້າກົມພະ ນັກງານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກທອ, ຄະນະຫ້ອງ-ຮອງຫ້ອງ,ຕາງໜ້າຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະພັກ-ຄະນະບັນຊາກອງພັນ ໃຫຍ່ 702 ແລະ 703, ຫົວໜ້າພະແນກການພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານອາກາດ ອີງຕາມກົດໝາຍນາຍທະ ຫານກອງທັບປະ ຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 04 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ-ຍົກຍ້າຍ ນາຍທະຫານ ຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາໃນ ກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດຕົກລົງ

ແຕ່ງຕັ້ງ ພັນເອກ ຄຳມ້າວ ວໍລະເດດ ເປັນຫົວໜ້າຫ້ອງເສນາທິການ ກທອ, ແຕ່ງຕັ້ງ ພັນໂທ ສຸພັນ ເດດນໍລະສິງ ເປັນຮອງຫົວໜ້າ ຫ້ອງອົບຮົມການບິນກທອ, ພັນໂທ ບຸນເລີດອຸດທະຈັກເປັນຮອງຫົວໜ້າຫ້ອງເສນາທິການ ກທອ, ພັນໂທ ຫຸມແພງ ປັນຍາສະຫວັດ ເປັນຮອງຫົວໜ້າຫ້ອງ ການ ກທອ ແລະ ແຕ່ງຕັ້ງ ພັນເອກ ຄໍາສຸກ ຄໍາເລືອງເທບ ເປັນຫົວ ໜ້າການທະຫານ ກອງພັນໃຫຍ່ 703.

ໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ມີຄໍາເຫັນ ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ເນັ້ນໜັກໃຫ້ຍົກສູງບົດບາດຄວາມຮັບຜິດຊອບການນໍາພາ, ປັບປຸງກົງຈັກບັນຊາ, ວິທີເຮັດວຽກໃຫ້ມີຈຸດສຸມ ແລະ ມີຄວາມ ໜັກແໜ້ນ ເຂັ້ມແຂງ, ປອດໃສ ຂາວສະອາດ, ບົນພື້ນຖານຄວາມເປັນເອກກະພາບປອງດອງ ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືລະດົມຄວາມຄິດນຳພາວຽກງານເປັນເອກະພາບໃນໝູ່ຄະນະຢ່າງຈະແຈ້ງລະອຽດຄົບຖ້ວນ, ແບ່ງຄວາມຮັບຜິດຊອບຕ້ອງແທດເໝາະກັບຄວາມຮູ້-ຄວາມສາມາດ ແລະ ປະສົບການໃນວຽກງານ, ສົມທົບແໜ້ນໃກ້ຊິດຕິດ ແທດກັບວຽກຕົວຈິງ, ມີການຕິດຕາມກວດກາສະຫຼຸບຖອດ ຖອນບົດຮຽນເປັນປົກກະຕິ, ສົ່ງເສີມທັດສະນະກ້າຄິດ-ກ້າເຮັດ,

ກ້າຮັບຜິດຊອບຕໍ່ວຽກງານດ້ວຍທັດສະນະສູງ ຫັນປ່ຽນດ້ວຍຕົນເອງ, ຍົກສູງເຊີດຊູນຳ້ໃຈຮັກຊາດ, ຮັກການຈັດຕັ້ງ, ຮັກລະບອບປະຊາທິປະໄຕ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີສະຕິເປັນເຈົ້າຕົນເອງ, ມີຫຼັກໝັ້ນມິດ-ສັດຕູ ອັນຈະແຈ້ງ ເພີ່ມທະວີການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ, ເຝິກຝົນຫຼໍ່ຫຼອມຄວາມຮູ້- ຄວາມສາມາດບັນຊາ-ນຳພາໃຫ້ມີຄຸນນະພາບ, ສຶກສາທັດສະນະຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ, ດໍາລົງຊີວິດປອດໃສ ແລະ ເພີ່ມຄວາມສາມາດໃນໜ້າທີ່ວຽກງານການເມືອງກາຍເປັນແກ່ນສານນໍາພາຢ່າງແທ້ຈິງ ແລະ ເຮັດສໍາເລັດຕາມໜ້າທີ່ຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂດຍ: ສີທາ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງໄຊບູລີ ກໍານົດເອົາບຶງຂາເປຍເປັນເຂດວັງສະຫງວນອະນຸລັກສັດນໍ້າ-ສັດປ່າ
Next Post: ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ

Related Posts

ຂໍອໍາລາຊີວິດເສເພ ມາພ້ອມກັນສ້າງຄອບຄົວທີ່ອົບອຸ່ນ – ບົດຮຽນທີ່ດີ ຂ່າວສານບ້ານເມືອງ
ບຸນປີໃໝ່ລາວ ນະຄອນຫຼວງວຽງຈັນ ມີຜູ້ ເ ສ ຍ ຊີ ວິ ດ ຈາກອຸບັດຕິເຫດ 7 ຄົນ ຂ່າວສານບ້ານເມືອງ
ທໍ່ສົ່ງນ້ຳມັນໄນຈີເຣຍລະເບີດ ເສຍຊີວິດ 15 ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 1137ຄົນ ຂ່າວສານບ້ານເມືອງ
ສະຫະລັດອາເມລິກາຈະມອບວັກຊິນໄຟເຊີ 1,700,000 ໂດສ ໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ
ພາບມູມສູງ ນໍ້າຖ້ວມເມືອງວັງວຽງ 14/6/2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme