Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III

Posted on 06/10/202007/10/2020 By News No Comments on ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III

ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ.

ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນໃນໄລະຍະ 1 ປີຜ່ານມາ ສົກປີ 2018-2019 ໃນການຜັນຂະຫຍາຍບົດແນະນຳ 421/ລຂ ໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕາມ 4 ເນື້ອໃນ 9 ມາດຖານ ໃນການປະກາດຮັບຮອງເປັນແຂວງຄະນະຊາວໜຸ່ມ ປປລ 4 ບຸກ ເຫັນໄດ້ວ່າຕາມການປະເມີນສາມາດປະຕິບັດໄດ້ຕາມເງື່ອນໄຂ ແລະ ມາດຖານທີ່ກຳນົດໄວ້.

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງຄໍາມ່ວນ ວ່າດ້ວຍການຮັບຮອງ 10 ຕົວເມືອງທົ່ວແຂວງ ເປັນເມືອງ 3 ດີ 4 ຮູ້ ຂອງເຍົາວະ ຊົນລາວ ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ພ້ອມກັນນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງ ເລຂາຄະນະບໍລິຫານງານສູນກາງ ຊປປລ ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ເຊີ່ງເປັນກຽດນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ

ໃນໂອກາດທີ່ທາງຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ ໄດ້ລົງມາປະກາດຮັບຮອງ ຄະນະຊາວໜຸ່ມແຂວງຄໍາມ່ວນ 4 ບຸກ ປີທີ III ໃນຄັ້ງນີ້ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເພື່ອຊຸກຍູ້ຊ່ວຍ ເຫຼືອເຂົ້າໃນຂະບວນການຕ່າງໆໃນທົ່ວແຂວງ ລວມມູນຄ່າ 4.840.000 ກີບ ມອບໂດຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ.

Cr: ສື່ມວນຊົນຊາວຫນຸ່ມລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ເອກອັກຄະລັດຖະທູດສະຫະລັດອາເມລິກາມອບໂຄງການປະຕິສັງຂອນວັດວິຊຸນທີ່ປະສົບຜົນສຳເລັດ
Next Post: ໝົດມື້ທີ 4 ຍັງບໍ່ເຫັນ ພໍ່ຕູ້ພວງຫຼົງປ່າ

Related Posts

ບັນລຸທຸກຄຳສັນຍາທີ່ໃຫ້ໄວ້ກັບເມຍ 10 ປີກ່ອນ ຈາກຜູ້ຊາຍຈົນໆ ທີ່ນ້ອງຍອມສູ້ ແລະ ຝາກຊີວິດນຳ ຈົນມີມື້ນີ້ ຂ່າວສານບ້ານເມືອງ
ນຶກວ່າຊັອກເສຍຊີວິດ ທີ່ແທ້ເສບຢາເກີນຂະໜາດຈົນສະລົບກາງທາງ ຂ່າວສານບ້ານເມືອງ
ຂໍແຮງຊັບ ເພື່ອບູຣະນະວັດບ້ານປາກລວງ ເມືອງງອຍ ແຂວງຫລວງພຣະບາງ ຂ່າວສານບ້ານເມືອງ
ທ່ານ ໄມເຄິ້ນ ໄວສ໌ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ ຂ່າວສານບ້ານເມືອງ
ລອດວຸດວິດ! ລົດປີ້ນທາງເຂດ ເມືອງທຸລະຄົມ ຂ່າວສານບ້ານເມືອງ
1625 ລົງຂ້າເຊື້ອຫ້ອງແຖວ ທີ່ພົບຜູ້ຕິດເຊື້ອ 16, 17, 18 ແລະ 19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme