Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງອີກສະໄໝ

Posted on 06/10/202006/10/2020 By All in LAOS No Comments on ສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງອີກສະໄໝ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນບ່າຍວັນທີ 6 ຕຸລາ 2020, ທີ່ສະໂມສອນແຂວງ ພາຍ ຫລັງດຳເນີນມາເປັນເວລາ 2 ວັນ ພາຍໃຕ້ການເປັນປະ ທານຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ

ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ມີຜູ້ແທນສົມບູນຈຳນວນ 223 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 9.191 ສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ຕະຫລອດໄລຍະ 2 ວັນ ຜູ້ແທນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະ ໄໝທີ 5 ໃນໄລຍະ 5 ປີຜ່ານມາກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 5 ອົງຄະນະພັກແຂວງ, ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ນັບແຕ່ 2021 ຫາ 2025 ຊື່ງເປັນບາດລ້ຽວໃໝ່ການຫັນປ່ຽນໂຄງສ້າງເສດຖະກິດຈາກການຜະລິດແບບດັ້ງເດີມໄປສູ່ໂຄງການສ້າງເສດຖະກິດໃໝ່ທີ່ມີຄຸນນະພາບສູງ ໄປຕາມທິດສີຂຽວ ແລະຍືນຍົງ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາແຂວງບໍ່ແກ້ວ ແນໃສ່ເຮັດໃຫ້ປະຊາຊົນຫລຸດພົ້ນຈາກຄວາມທຸກຍາກ, ບັນລຸເປົ້າ ໝາຍການພັດທະນາແບບຍືນຍົງໃນປີ 2030.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ຍັງໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊູດທີ VI ຈຳນວນ 31 ສະຫາຍ ຍິງ 4 ສະຫາຍ ໃນຈຳນວນຜູ້ລົງສະໝັກທັງໝົດ 36 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ເລືອກເອົາຄະນະປະຈໍາພັກແຂວງຈໍານວນ 9 ສະຫາຍ ໂດຍເຫັນດີເປັນເອກະພາບເລືອກເອົາ ສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຈອມສີ ລັດຕະນະປັນ ແລະ ສະຫາຍ ເພັງສອນ ແກ້ວວິໄລ ເປັນຮອງເລຂາ ເລືອກເອົາສະຫາຍ ສຸກຂະ ຫລຽນທອງຄຳ ເປັນປະທານກວດກາພັກແຂວງ, ສະຫາຍ ເປົາແກ້ວ ພູມສະຫວັນ, ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ແລະ ສະຫາຍ ໜໍ່ຄຳ ນົງສຸວັນ ເປັນຮອງປະທານກວດກາພັກແຂວງ. ນອກຈາກນີ້ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ ແທນສົມບູນ 14 ສະຫາຍ ຍິງ 2 ສະຫາຍ ແລະ ສຳຮອງ 2 ສະ ຫາຍໄປຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ເພື່ອເປັນທິດຊີ້ນໍາໃຫ້ຜູ້ແທນກອງປະຊຸມກໍ່ຄືຄະນະບໍລິຫານງານພັກແຂວງຊຸດໃໝ່ ນໍາໄປຈັດຕັ້ງປະຕິບັດ ແລະຜັນຂະຫຍາຍມະຕິກອງປະຊຸມຄັ້ງ ນີ້ໃຫ້ປະກົດຜົນເປັນຈິງ ເພື່ອນໍາເອົາແຂວງບໍ່ແກ້ວກ້າວຂື້ນຢ່າງບໍ່ຢຸດຢັ້ງຕາມອຸດົມ ການ ແລະຈຸດໝາຍຂອງພັກທີ່ໄດ້ກຳນົດໄວ້.

Cr: ຈັນທະສອນ ສີຫານາດ

ຂ່າວສານບ້ານເມືອງ

Post navigation

Previous Post: ໝົດມື້ທີ 4 ຍັງບໍ່ເຫັນ ພໍ່ຕູ້ພວງຫຼົງປ່າ
Next Post: ກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບ ແຂວງໄຊຍະບູລີ

Related Posts

ແນວໃດຈຶ່ງວ່າດີ…! ວິທີການໃຫ້ທານຂອງຄົນດີ ຂ່າວສານບ້ານເມືອງ
ແຮງງານລາວ ທີ່ເຂົ້າມາແຂວງຄຳມ່ວນ ໄດ້ຮັບການກວດເຊື້ອ ໂ ຄ ວິ ດ ແລະ ເຂົ້າສູນຈຳກັດບໍລິເວນ ຂ່າວສານບ້ານເມືອງ
ການເກັບລາຍຮັບຂອງກອງຄຸ້ມຄອງພາສີ V ປີນີ້ຈະບໍ່ບັນລຸຄາດຫມາຍທີ່ວາງໄວ້ ຂ່າວສານບ້ານເມືອງ
ອຸບັດຕິເຫດ! ຂັບຂີ່ລົດຈັກລົ້ມເອງ ຢູ່ເສັ້ນທາງບ້ານສັງຄະໂລກ ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງຫຼວງພະບາງຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ ຂ່າວສານບ້ານເມືອງ
ຫາກເຮົາຍອມລຳບາກກັບຜູ້ຊາຍ ຕ້ອງເບິ່ງວ່າຄຸ້ມຄ່າບໍ່ ຫາກບໍ່ຄຸ້ມກໍຄວນຄິດໃໝ່ສະ ການຢູ່ຄົນດຽວບໍ່ແມ່ນເລື່ອງຍາກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme