Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ບ້ານແສນອຸດົມ ເມືອງໄຊທານີ

Posted on 06/10/202006/10/2020 By News No Comments on ເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ບ້ານແສນອຸດົມ ເມືອງໄຊທານີ

ປະຊາຊົນພາຍໃນບ້ານແສນອຸດົມ, ກຸ່ມຫ້ວຍຈຽມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດໃນຕອນເຊົ້າວັນທີ 6 ຕຸລາ 2020 ທີ່ວັດບ້ານດັ່ງກ່າວ ໂດຍແມ່ນພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໄປເຜີຍແຜ່.

ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານມີສະຕິເຄົາລົບກົດຫມາຍ, ຮູ້ໄດ້ເຖີງຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ແລະ ວິທີປ້ອງກັນ, ເຮັດໃຫ້ທຸກຄົນພາຍໃນບ້ານມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂຢາເສບຕິດ ເພື່ອແນໃສ່ສ້າງບ້ານແສນອຸດົມ ໃຫ້ເປັນບ້ານປອດຢາເສບຕິດໃນຕໍ່ຫນ້າ, ທັງເປັນການປະກອບສ່ວນເຮັດໃຫ້ບັນຫາຢາເສບຕິດໃນສັງຄົມ ກໍຄື ຢູ່ນະຄອນຫລວງວຽງຈັນ ນັບມື້ຫລຸດລົງ.

ເອກະສານທີ່ນໍາໄປເຜີຍແຜ່ຄັ້ງນີ້ລວມມີ: ເອກະສານກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ, ກົດຫມາຍວ່າດ້ວຍຢາເສບຕິດ ແລະບາງມາດຕາຂອງກົດຫມາຍອາຍາ ແລະ ສາລະຄະດີກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ໂດຍມີ ພັນຕີ ສີຕານ ສີວິໄລ ຫົວຫນ້າຫນ່ວຍງານໂຄສະນາ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ພັນໂທ ສົມບັດ ລັດຈະເລີນ ຮອງພະແນກໂຄສະນາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຜັດປ່ຽນກັນເຜີຍແຜ່.

ສໍາລັບການເຄື່ອນໄຫວເຜີຍແຜ່ຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຂອງພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຄັ້ງນີ້ ແມ່ນກິດຈະກຳຫນຶ່ງເພື່ອສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ທີ່ຈະມາເຖີງນີ້. ນອກຈາກເຜີຍແຜ່ຢູ່ເມືອງໄຊທານີ ໃນຄັ້ງນີ້, ພະແນກດັ່ງກ່າວຍັງຈະໄປເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ເມືອງຫາດຊາຍຟອງ ແລະ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ຕື່ມອີກ.

Cr: ບຸນຕຽງ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 26 ປີ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
Next Post: ເກີດເຫດເສົ້າສະເທືອນໃຈທີ່ບ້ານນາເລົາເມືອງໂພນໂຮງ

Related Posts

10 ວິທີ ໃນການລ້ຽງລູກນ້ອຍ ໃຫ້ສະຫລາດ. ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມປະຊາຊົນ ເມືອງສະໜາມໄຊ ຂ່າວສານບ້ານເມືອງ
ຢຸດປິດເມືອງແລ້ວ!!! ຈີນອະນຸຍາດໃຫ້ຄົນຕ່າງຖິ່ນອອກຈາກ ‘ອູ່ຮັ່ນ’ ໄດ້ແລ້ວ ຂ່າວສານບ້ານເມືອງ
ກັກຕົວຜູ້ຖືກຫາ 2 ຄົນກໍາລັງຈະຂ້າມແມ່ນໍ້າຂອງໄປປະເທດໄທ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດ +6 ຂ່າວສານບ້ານເມືອງ
ເມຍແລະລູກນ້ອຍຕ້ອງສູນເສຍພໍ່ ເຫດລົດປີ້ນໄຟໄໝ້ດັບຄາລົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme