Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມສາວຂາຍປະເວນີ 15 ຄົນ ພ້ອມເຈົ້າຂອງຮ້ານ 3 ຄົນ

Posted on 06/10/202006/10/2020 By All in LAOS No Comments on ສຶກສາອົບຮົມສາວຂາຍປະເວນີ 15 ຄົນ ພ້ອມເຈົ້າຂອງຮ້ານ 3 ຄົນ

ນະຄອນຫຼວງວຽງຈັນ: ໃນວັນທີ 28 ກັນຍາ 2020, ເວລາປະມານ 13:00 ໂມງ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ສຶກສາອົບຮົມເຈົ້າຂອງຮ້ານອາຫານ ແລະ ຮ້ານກີນດື່ມ ທີ່ແອບແຝງການຄ້າຂາຍປະເວນີ ຈໍານວນ 3 ຮ້ານ ພ້ອມດ້ວຍສາວຂາຍປະເວນີຈໍານວນ 15 ຄົນ ທີ່ຖືກກັກຕົວ ໄດ້ໃນວັນທີ 24 ກັນຍາ 2020 ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເຖິງກົດໝາຍ ໂດຍສະເພາະແມ່ນກົດໝາຍອາຍາມາດຕາ 254 ວ່າດ້ວຍການຄ້າປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວທັນທີ.


ໃນການສຶກສາອົບຮົມໃນຄັ້ງນີ້ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ພວກກ່ຽວເຫັນເຖິງກົດໝາຍອາຍາເປັນຕົ້ນແມ່ນ ກົດໝາຍອາຍາກ່ຽວກັບການຄ້າປະເວນີ ບຸກຄົນໃດຫາກຫາລາຍໄດ້ດ້ວຍການຄ້າປະເວນີ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນຫາ 3 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບຫາ 10.000.000 ກີບ; ແລະ ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບ ໃໝແຕ່ 50.000 ກີບຫາ 500.000 ກີບ ( ໂດຍອີງໃສ່ກົດໝາຍ ແລະ ນິຕິກໍາໃນຂົງເຂດການປົກຄອງ ແລະ ຍຸຕິທໍາ ປີ 2011; ພ້ອມທັງ ບອກໃຫ້ເຂົາເຈົ້າຢຸດເຊົາຕໍ່ພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸດຈະລິດເປັນຄົນດີຂອງສັງຄົມ. ເພາະມັນຜິດຕໍ່ຮິດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສ ປປລາວ.


ໃນຕອນທ້າຍ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຜູ້ຊື້ນໍາພະແນກຕໍາຫຼວດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງ ທີ່ມີຈຸດປະສົງມາຊອກຫາວຽກເຮັດງານທໍາ ຢູ່ນະຄອນຫຼວງວຽງຈັນ ຈົ່ງມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ມື້ທີ 4 ປະຕິບັດການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ຂໍໃຫ້ພົບດ້ວຍເທີ້ນ
Next Post: ຂໍຄວາມຊ່ວຍເຫຼືອດ່ວນ! ປະກາດຫາຍາດພີ່ນ້ອງຄົນເຈັບ

Related Posts

ພະແນກຕໍາຫຼວດ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ ແລະ ຮ້ານເກມອອນລາຍ ຂ່າວສານບ້ານເມືອງ
ຜົນສຳເລັດການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຂ່າວສານບ້ານເມືອງ
ແຈ້ງການ ພັກຊົດເຊີຍ ວັນແມ່ຍິງສາກົນ 8/3/2020 ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ
ກຳນົດເອົາກິດຈະກຳສຳຄັນເທົ່ານັ້ນ ບຸນຊ້າງປະຈໍາປີ 2021 ຈັດພຽງ 1 ວັນ ຂ່າວສານບ້ານເມືອງ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V
ອົງຄະນະພັກກະຊວງປ້ອງກັນປະເທດ
ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme