Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ! ຈະເກີດພາຍຸໜຸນປົກຄຸມເຂດພາກໃຕ້ ຈະເຮັດໃຫ້ເກີດຝົນຕົກໃນລະດັບປານກາງ ຫາ ໜັກ

Posted on 05/10/202005/10/2020 By News No Comments on ອຸຕຸເຕືອນ! ຈະເກີດພາຍຸໜຸນປົກຄຸມເຂດພາກໃຕ້ ຈະເຮັດໃຫ້ເກີດຝົນຕົກໃນລະດັບປານກາງ ຫາ ໜັກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5-11 ຕຸລາ 2020 ວ່າ: ໃນໄລຍະວັນທີ 5 ຫາ 8 ຕຸລາ ບໍລິເວນຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານເຂດພາກໃຕ້ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະວັນທີ 9-11 ຕຸລາ 2020 ຍ່ອມຄວາມກົດດັນອາກາດຕໍ່າຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ແລະ ມີຄວາມເປັນໄປໄດ້ຈະກາຍເປັນພາຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້.

ຄຳເຕືອນ ໃນໄລຍະວັນທີ 9-11 ຕຸລາ 2020 ເນື່ອຈາກຍ່ອມຄວາມກົດດັນອາກາດຕໍ່າ ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ທີ່ມີຄວາມເປັນໄປໄດ້ຈະກາຍເປັນພະຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນນ້ອຍ 419 ທະຫານແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ
Next Post: ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ

Related Posts

ຍັງອີກບໍ່ດົນຊາວເມືອງ ອາດສະພອນ ກໍ່ຈະໄດ້ນໍາໃຊ້ທາງປູຢາງ2ຊັ້ນແລ້ວ ຂ່າວສານບ້ານເມືອງ
24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ ຂ່າວສານບ້ານເມືອງ
ເມືອງວັງວຽງຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
[:en]ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເງິນຊ່ວຍເຫຼືອ ສປ ຈີນ ມູນຄ່າ 2 ຕື້ກວ່າກີບ[:] ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ຂະນະທີ່ຄ່າໂດຍສານຍັງບໍ່ທັນກໍານົດອອກມາເທື່ອ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme