Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນນ້ອຍ 419 ທະຫານແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ

Posted on 05/10/202005/10/2020 By News No Comments on ກອງພັນນ້ອຍ 419 ທະຫານແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ

ວັນທີ 1 ຕຸລາ 2020 ນີ້ ກອງພັນນ້ອຍ 419 ທີ່ຂຶ້ນກັບກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດກິດຈະກຳ ສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ແຂວງ ບໍ່ແກ້ວ ຄັ້ງທີ VI ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນໂທ ວຽງແກ້ວ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍ 419 ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພັນເຂົ້າຮ່ວມ.

ສະຫາຍ ພັນໂທ ວຽງແກ້ວ ໄຊຍະສານ ໄດ້ໃຫ້ຮູ້ວ່າ: ໂດຍອີງຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາກອງບັນຊາການ ກ່ຽວກັບການຈັດຕັ້ງສ້າງຂະບວນການດ້ານຕ່າງໆເພື່ອຂໍ່າ ນັບຮັບຕ້ອນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ VI ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງຕໍ່ເນື່ອງ.

ດັ່ງນັ້ນທາງກອງພັນນ້ອຍ 419 ຂອງພວກເຮົາຈຶ່ງໄດ້ສ້າງຂະບວນການອອກແຮງງານລວມ ໃນຄັ້ງນີ້ ທັງເປັນການເພີ່ມທະວີຄວາມສາມັກຄີພາຍໃນກົມກອງ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ສະອາດຈົບງາມດີທຸກປະການ ພ້ອມທັງເປັນ ການທຳລາຍແລ່ງອາໄສຂອງຍຸງລາຍ ເພື່ອເປັນການປ້ອງກັນ ພະຍາດໄຂ້ເລືອດອອກອີກດ້ວຍ.

ໂດຍ: ສົມສັກ ໄຊຍະຄາມ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ
Next Post: ອຸຕຸເຕືອນ! ຈະເກີດພາຍຸໜຸນປົກຄຸມເຂດພາກໃຕ້ ຈະເຮັດໃຫ້ເກີດຝົນຕົກໃນລະດັບປານກາງ ຫາ ໜັກ

Related Posts

ພິທີປີດຊຸດຝຶກອົບຮົມ ເຕັກນິກການປຸງແຕ່ງໄຄແຜ່ນ ເປັນສິນຄ້າໃຫ້ປະຊາຊົນບ້ານພັນໄຊ ແລະ ບ້ານຫລວງພັນໄຊ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 09 ແຂວງຊຽງຂວາງ ມີຈຳນວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ ຂ່າວສານບ້ານເມືອງ
ລະນຶກເຖິງ ວັນສາກົນໂຄສະນາເພື່ອ ຕໍ່ ຕ້ າ ນ ລ ະ ເ ບີ ດ ບໍ່ທັນແຕກ ຂ່າວສານບ້ານເມືອງ
6 ຂໍ້ຫ້າມ ທີ່ຕ້ອງປະຕິບັດຕະຫຼອດໄລຍະປີໃໝ່ລາວ ຂ່າວສານບ້ານເມືອງ
ຂ່າວມື້ນີ້! ລາວມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 21 ຄົນ ຂ່າວສານບ້ານເມືອງ
ກັກໂຕແມ່ຕູ້ພ້ອມຄູ່ຮ່ວມຂະບວນການ ລຸ້ນຫຼານ ຢ າ ເ ສ ບ ຕ ິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme