Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19

Posted on 05/10/202005/10/2020 By News No Comments on ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19

ວັນທີ 2 ຕຸລາ 2020 ນີ້ ຢູ່ທີ່ສູນກັກກັນ ເຜົ້າລະວັງ ໂຄວິດ 19 ບ້ານດ່ານໄຊ ນ້ຳຊຳ 3 ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ເຂື່ອນໄຟຟ້ານ້ຳຊຳ 3 ຈຳນວນ 34 ຄົນ ຍິງ 1 ຄົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້, ມີທ່ານ ບຸນຍອດ ນະຕິກຸນ ຮອງຫົວໜ້າ ກອງບັນຊາການ ທະຫານເມືອງຊຳໃຕ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ພະນັກງານບໍລິສັດ SCI ເຂົ້າຮ່ວມຢ່າງພ້ອມພຽງ.

ຫຼັງຈາກສະພາບການລະບາດຂອງພະຍາດ ໂຄວິດ 19 ຜ່ອນຄາຍລົງລະດັບໜຶ່ງ ລັດຖະບານລາວຈຶ່ງໄດ້ອອກມາດຕະການຜ່ອນຜັນ ການຕິດຕາມ ເຝົ້າລະວັງ ພະຍາດ ໂຄວິດ 19 ດັ່ງນັ້ນ, ບໍລິສັດ SCI ກໍ່ສ້າງເຂື່ອນໄຟຟ້າ ນ້ຳ 3 ຈິງໄດ້ນຳເຂົ້າແຮງງານຈາກ ສສ ຫວຽດນາມ ຈຳນວນຫຼາຍ ເພື່ອເຂົ້າມາສືບຕໍ່ກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດຕາມສັນຍາ ເຊີ່ງແຮງງານທີ່ນຳເຂົ້າໃນຄັ້ງນີ້ ມີຈຳນວນ 34 ຄົນ, ຍິງ 1 ຄົນ, ທາງໜ່ວຍສະເພາະກິດເຜົ່າລະວັງພະຍາດ ໂຄວິດ 19 ຂັ້ນເມືອງ ຈຶ່ງໄດ້ນຳເອົາແຮງງານຈຳນວນດັ່ງກ່າວ ເຂົ້າສູນກັກກັນ ເຜົ້າລະວັງພະຍາດດັ່ງ ຢ່າງໃກ້ຊິດແຕ່ ວັນທີ 16 ກັນຍາ 2020 ເຊີ່ງທຸກຄົນໄດ້ຜ່ານການກວດ ວັດແທກອຸນຫະພູມຮ່າງກາຍ, ກວດອາການຜິດປົກກະຕິ ທຸກວັນ ໂດຍພະນັກງານແພດ ໂຮງໝໍເມືອງຊຳໃຕ້, ສີດພົ່ນຢາຂ້າເຊື້ອໃນບໍລິເວນຫ້ອງ ແລະ ສູນກັກກັນເປັນປະຈຳ ເຊີ່ງຜ່ານການຕິດຕາມເປັນເວລາ 14 ວັນ ເຫັນວ່າບໍ່ພົບຜູ້ທີ່ມີອາຫານໄຂ້ ຫຼື ອາການສົງໄສອື່ນໆ ແຕ່ຢ່າງໃດ.

ສະນັ້ນ, ມາໃນວັນທີ 2 ຕຸລາ 2020 ນີ້ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ແຮງງານດັ່ງກ່າວ ໂດຍໃຫ້ກຽດກ່າວມອບໂດຍທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້ ເພຶ່ອເປັນຫຼັກຖານຢັ້ງຢືນຈາກໜ່ວຍສະເພາະກິດ ຕິດຕາມ ເຜົ້າລະວັງ ພະຍາດ ໂຄວິດ 19 ຂອງເມືອງຊຳໃຕ້ ເພື່ອສະດວກໃນການເຮັດວຽກ ແລະ ສາມາດດຳລົງຊິວີດຮ່ວມກັບສັງຄົມເປັນປົກກະຕິ.

ຂ່າວ-ພາບ: ໂອທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ
Next Post: ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ

Related Posts

ໂຄວິດຕິດເຊື້ອມື້ນີ້ເພີ່ມ 519ຄົນ ຂ່າວສານບ້ານເມືອງ
ພົບແລ້ວ 2ຄົນຮ່າງຜູ້ສູນຫາຍຈາກເຮືອຫລົ້ມທີ່ບ້ານຫນອງຟູນໄຊ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ຮັບຮອງເອົາແຜນການເປີດເຂດທ່ອງທ່ຽວສີຂຽວ ປອດໄພຈາກພະຍາດ ໂຄວິດ ຂ່າວສານບ້ານເມືອງ
ຈຸບິນອະວະກາດເສີນໂຈ່ວ 13 ຂອງຈີນເດີນທາງເຖິງນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພ ຂ່າວສານບ້ານເມືອງ
ຄະນະປະຈຳສະພາແຫ່ງຊາດ ວາງພວງມະລາ ສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ດອກຄາຍປ່າທີ່ເມືອງວຽງໄຊ ແຂວງຫົວພັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme