Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ

Posted on 05/10/202005/10/2020 By News No Comments on ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ

ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງ ທ່ານ ປອ ນາງ ວຽງຄໍາ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໃນວັນທີ 2 ຕຸລາ 2020 ຢູ່ທີ່ຫ້ອງຮັບແຂກພິເສດ ຫ້ອງວ່າການແຂວງ.

ທ່ານ ປອ ນາງ ວຽງຄໍາ ສີພັນດອນ ໄດ້ກ່າວວ່າ: ການເດີນທາງມາແຂວງຈໍາປາສັກໃນຄັ້ງນີ້ ແມ່ນເພື່ອປະກາດການຈັດຕັ້ງປະທານອົງການກວດສອບປະຈໍາພາກໃຕ້ ,ຊີ້ນໍາຕິດຕາມກວດກາ ແລະຊຸກຍູ້ວຽກງານກວດສອບຢູ່ບັນດາແຂວງພາກໃຕ້ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ຕິດຕາມຊຸກຍູ້ວຽກງານການສະໜອງທຶນໃຫ້ວິສາຫະກິດຂະໜາດນ້ອຍ,ຂະໜາດກາງ(SME) ໂອກາດນີ້.

ທ່ານເຈົ້າແຂວງຈໍາປາສັກໄດ້ຖືໂອກາດນີ້ກ່າວສະແດງຄວາມຕ້ອນຮັບ ແລະລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ ຍົກໃຫ້ເຫັນສະພາບຄວາມສະດວກ ຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍບາງດ້ານທີ່ກະທົບຕໍ່ເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນ ອັນມີຜົນມາຈາກການລະບາດພະຍາດໂຄວິດ -19,ປະຈຸບັນຄະນະພັກ-ອົງການປົກຄອງແຂວງຈໍາປາສັກກໍໄດ້ສືບຕໍ່ສຸມໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຄຽງຄູ່ກັບການພັດທະນາເສດຖະກິດ ແລະຂະບວນການຢ່າງຮອບດ້ານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.

ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ
Next Post: ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19

Related Posts

ສະຫຼົດໃຈ! ເມົາແລ້ວລົງຫຼິ້ນນໍ້າ ຈົມນໍ້າດັບ ທີ່ຕາດຈຳປີ ເມືອງປາກຊ່ອງ ຂ່າວສານບ້ານເມືອງ
ກໍ່ເຫດ ລັກເຫຼັກເສົາໄຟຟ້າ ຕ້ອງໄດ້ຮັບຜິດຊອບໃຊ້ແທນ ລັດວິສາຫະກິດໄຟຟ້າລາວ ຂ່າວສານບ້ານເມືອງ
ປະກາດຫາຍາດພີ່ນ້ອງນາງອົ້ນ ຈັນທະວີໄຊ (ຄົນສະຕິບໍ່ຄ່ອຍດີ) ຂ່າວສານບ້ານເມືອງ
ຄລິບຕັກແຕນ ລະບາດ ທີ່ຜົ້ງສາລີ ຂ່າວສານບ້ານເມືອງ
ໄ ຟ ໄ ໝ້ ສະໜາມຂີ້ເຫຍື້ອຫລັກ 32 ສະຫງົບລົງສູ່ສະພາບປົກກະຕິ ຂ່າວສານບ້ານເມືອງ
ຂີ່ລົດໃຫຍ່ເລາະລັກເອົາລົດຈັກ ສາມສ່ຽວ ຖືກຈັບມາດໍາເນີນຄະດີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme