Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ

Posted on 05/10/202005/10/2020 By News No Comments on ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ

ທະນາຄານແຫ່ງ ສປປລາວ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອການຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ທີ່ສາຂາທະນາຄານ ປະຈໍາພາກໃຕ້ ແຂວງຈໍາປາສັກ ໃນວັນທີ 2 ຕຸລາ 2020.ໂດຍໃຫ້ກຽດເປັນປະທານຂອງທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ,ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາຂາທະນາຄານແຫ່ງ ສປປລາວ ປະຈໍາພາກໃຕ້, ມີພະແນກການ ແລະຂະແໜງການທີ່ກ່ຽວຂ້ອງ,ມີບັນດາຫົວໜ່ວຍທຸລະກິດທະນາຄານ,ທຸລະກິດພາກລັດແລະ ເອກະຊົນເຂົ້າຮ່ວມ.

#ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ ແລະນໍາສະເໜີສະພາບການຈັດຕັ້ງປະຕິບັດນະໂຍບາຍການເຂົ້າເຖິງການບໍລິການຂອງທະນາຄານ ແລະ ການສະໜອງທຶນໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME s) ,ນໍາສະເໜີຫົວຂໍ້ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ,ຈາກນີ້ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນສົນທະນາໃນແຕ່ລະບັນຫາ ທີ່ມີຄວາມສົນໃຈ ໂດຍສະເພາະເງື່ອນໄຂທີ່ຈະເຂົ້າເຖິງແຫຼ່ງທຶນສິນເຊື່ອໄດ້ຫຼາຍຂຶ້ນ ແລະຕອບສະໜອງໃນເວລາທີ່ມີຄວາມຕ້ອງການ.

ທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ ໄດ້ກ່າວວ່າ: ຈຸດປະສົງໃນການເປີດກອງປະຊຸມເຜີຍແຜ່ຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາທ່ານທີ່ມີສ່ວນຮ່ວມກັບການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໄດ້ມີຄວາມເຂົ້າໃຈ ແລະ ເພື່ອຮັບປະກັນຂອດຈັດຕັ້ງປະຕິບັດໂຄງການດັ່ງກ່າວເປັນເອກະພາບແລະມີປະສິດທີ່ຜົນສູງ.ກໍາໄດ້ບາງເນື້ອໃນຂອງຂໍ້ຕົກລົງວ່າດວ້ຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ19ສະບັບເລກທີ 318/ທຫລ ແລະຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ເສົ້າໃຈລົດຈັກຕໍາພໍ່ຕູ້ອາຍຸ 86 ປີ ເສຍຊີວິດຄາທີ່
Next Post: ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ

Related Posts

23 ສິງຫາ ວັນຍຶດອໍານາດສູ່ລະບອບໃໝ່ ຂ່າວສານບ້ານເມືອງ
ຊາຍອາຍຸ 28 ປີ ຖືກຍິງເສຍຊີວິດຄາລົດ ເຂດບ້ານໂພນພະເນົາ ຂ່າວສານບ້ານເມືອງ
ປີ້ນອີກແລ້ວທາງພູ 9 ຫລັກເຈັບ 2 ຄົນ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ອອກມາຊີ້ແຈງເຖິງສາເຫດ ແລະ ບັນຫາ ກ່ຽວກັບ ຄວາມແອອັດໃນການເຮັດໜັງສືຜ່ານແດນ ຂ່າວສານບ້ານເມືອງ
ເຕືອນໄພລົມແຮງແລະຝົນຕົກໜັກ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme