Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລື່ອງດີໆ! ປະຊາຊົນບ້ານຫ້ວຍນາງລີ້ ຮ່ວມໃຈສ້າງທາງເບຕົງ ມີຄວາມຍາວ 1 ກິໂລແມັດ ຜ່ານໃຈກາງບ້ານ

Posted on 05/10/202005/10/2020 By News No Comments on ເລື່ອງດີໆ! ປະຊາຊົນບ້ານຫ້ວຍນາງລີ້ ຮ່ວມໃຈສ້າງທາງເບຕົງ ມີຄວາມຍາວ 1 ກິໂລແມັດ ຜ່ານໃຈກາງບ້ານ

ປະຊາຊົນບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮ່ວມໃຈກັນກໍ່ສ້າງທາງເບຕົງ ມີຄວາມກວ້າງ 6 ແມັດ, ຍາວ 1.150 ແມັດ ເຂົ້າຜ່ານໃຈກາງບ້ານ ໂດຍເຮື່ອແຮງຂອງປະຊາຊົນ ແລະ ການປຸກລະດົມ ທາງດ້ານທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ພິທີເລີ່ມລົງມືກໍ່ສ້າງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 04 ຕຸລາ 2020 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍອຳນາດ ການປົກຄອງ, ພໍ່ແມ່ປະຊາຊົນ, ບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການປະກອບສ່ວນເຂົ້າຮ່ວມ.

ທ່ານ ສົມເດັດ ແສງສຸວັນນຸຮັກ ນາຍບ້ານຫ້ວຍນາງລີ້ ໄດ້ໃຫ້ສຳພາດວ່າ: ໂຄງການດັ່ງກ່າວນີ້ ແມ່ນຢູ່ພາຍໃຕ້ ແຜນງານ 3 ສ້າງຂອງບ້ານ ເຊິ່ງໄດ້ມີແຜນມາແຕ່ປີ 2019. ດ້ວຍຄວາມເຫັນດີເຫັນພ້ອມຂອງຄະນະພັກ, ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ທີ່ມີຄວມຮຽກຮ້ອງຕ້ອງການຢາກໃຫ້ມີເສັ້ນທາງຜ່ານບ້ານທີ່ມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ກໍ່ຄືການຍົກລະດັບຈາກທາງດິນແດງໃຫ້ເປັນທາງເບຕົງ ແລະ ຜ່ານການກະກຽມມາໄດ້ໄລຍະໜຶ່ງຈຶ່ງໄດ້ຕັດສິນໃຈປຸກລະດົມທາງດ້ານທຶນຮອນ ແລະ ກຳລັງເຮື່ອແຮງ, ວັດຖຸເພື່ອລິເລີ່ມລົງມືກໍ່ສ້າງ.

ໂດຍທຶນຮອນຈຳນວນໜຶ່ງແມ່ນໄດ້ມາຈາກການປະກອບສ່ວນຈາກວັດ ບ້ານຫ້ວຍນາງລີ້ ພ້ອມນັ້ນກໍ່ໄດ້ປຸກລະດົມໂດຍອີງໃສ່ການນຳພັກ-ລັດ ທີ່ຢູ່ພາຍໃນບ້ານເປັນຜູ້ຊ່ວຍໃນການປຸກລະດົມ. ເຊິ່ງໂຄງການດັ່ງກ່າວແມ່ນມີຄວາມຍາວທັງໝົດ 1.150 ແມັດ, ຄວາມກວ້າງ 6 ແມັດ, ມີຄວາມໜາຂອງເບຕົງ 18 ຊັງຕີແມັດ ໂດຍມີວິຊາການຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລົງມາຕິດຕາມ, ແນະນຳທາງດ້ານເຕັກນິກ ໃນການກໍ່ສ້າງ, ຄາດວ່າຈະໃຊ້ງົບປະມານເຂົ້າໃນການກໍ່ສ້າງທັງໝົດປະມານ 1 ຕື້ກວ່າກີບ. ສ່ວນວ່າໄລຍະຂອງການ ຈັດຕັ້ງປະຕິບັດແມ່ນອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ການປະກອບສ່ວນທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ
Next Post: ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

Related Posts

ລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ 1 ຄົນ ເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ
ເມືອງລອງ ແຂວງຫຼວງນໍ້າທາ ຖືກໄພພິບັດນໍ້າຖ້ວມເນື້ອທີ່ທໍາການຜະລິດຂອງພໍ່-ແມ່ປະຊາຊົນ ຂ່າວສານບ້ານເມືອງ
ອ່ານດ່ວນ! ຫຼວງພະບາງເປີດທາມລາຍຜູ້ຕິດເຊື້ອໃໝ່ 4 ກໍລະນີມື້ນີ້ ຂ່າວສານບ້ານເມືອງ
ໃຊ້ເວລາຫວ່າງເພື່ອຊອກຫາລາຍຮັບເພີ່ມສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 20ຄົນ ຂ່າວສານບ້ານເມືອງ
ພົບສົບເພດຍິງເສຍຊີວິດ ເຂດບຶງທາດຫຼວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme