Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ)

Posted on 05/10/202005/10/2020 By News No Comments on ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ)

ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ນາງ ບຸນເລືອງ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນວ ວັນທີ 13 ກັນຍາ 2020 ວ່າ: ມີຄົນຮ້າຍມາລັກລົດຈັກຂອງຜູ້ກ່ຽວ ເລກທະບຽນ ດຕ 9039 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນຂອງຕົນ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 1 ຄົນ ພ້ອມເກັບກູ້ຂອງກາງມາໄດ້ພາຍໃນ 5 ວັນຄື: ທ້າວ ໄຊມັອນ ອາຍຸ 31 ປີ, ອາຊີບວ່າງງານ, ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ້າວ ໄຊມັອນ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 13 ກັນຍາ 2020 ຕົນເອງໄດ້ໄປລັກເອົາລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ (ລູກກະແຈສຽບຄາປະໄວ້ລົດ) ທີ່ຈອດປະໄວ້ຢູ່ເຮືອນຂອງນາງ ບຸນເລືອງ ເຊິ່ງຕິດກັບເຮືອນຂອງຕົນ ຢູ່ບ້ານ

ໃໝ່ ເມືອງສີໂຄດຕະບອງ ນວ. ຫຼັງຈາກນັ້ນ ຕົນເອງກະໄດ້ເຂົ້າໄປລັກເອົາລົດ ແລະ ໄດ້ຂີ່ລົດໄປຂໍເງິນນໍາພໍ່ຢູ່ບ້ານຕາດທອງ ແຕ່ພໍ່ບໍ່ຢູ່ເຮືອນ ແລ້ວຕົນເອງຈຶ່ງໄດ້ຂີ່ລົດຈັກຄັນດັ່ງກ່າວໄປຈໍານໍາ ທ້າວ ອາຕີ ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ໃນລາຄາ 1 ແສນຫ້າສິບພັນ (ແຕ່ຍັງບໍ່ທັນໄດ້ເງິນ) ມາຮອດວັນທີ 17 ກັນຍາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ.

ສໍາລັບຂອງກາງຄະດີ ລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ ໄດ້ມອບຄືນໃຫ້ເຈົ້າຂອງເດີມ ໃນວັນທີ 13 ກັນຍາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຮັບໂດຍ ນາງ ບຸນເລືອງ ເຈົ້າຂອງລົດ.

ຂ່າວສານບ້ານເມືອງ

Post navigation

Previous Post: ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ
Next Post: ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ

Related Posts

ກັກຕົວກຸ່ມມົ້ວຢາເສບຕິດ 6 ຄົນ ສົ່ງໃຫ້ຫ້ອງຕຳຫຼວດ ປກສ ນວ ສືບຕໍ່ຂະຫຍາຍຜົນ ຂ່າວສານບ້ານເມືອງ
ຖວທ ສະເໜີລັດຖະບານ ເປີດການທ່ອງທ່ຽວເຕັມຮູບແບບ ຂ່າວສານບ້ານເມືອງ
ເມືອງພີນ ເປີດນຳໃຊ້ຂົວເບຕົງປະສົມໄມ້ບ້ານໂນນສູງ ແລະ ບ້ານປະໂທງ ຂ່າວສານບ້ານເມືອງ
[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:] ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວ ເຮົາກວດພົບຜູ້ຕິດເຊື້ອໂຄວິດເພີ່ມ +55 ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນເດີ້ ແຈ້ງນໍ້າມັນຂຶ້ນທົ່ວປະເທດເລີ່ມ 10 ມີນານີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme