Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດເລັກຊັດຕໍາຮາວສົ້ນຂົວນໍ້າເຄັມຄົນຕິດພາຍໃນລົດ

Posted on 04/10/202004/10/2020 By All in LAOS No Comments on ລົດເລັກຊັດຕໍາຮາວສົ້ນຂົວນໍ້າເຄັມຄົນຕິດພາຍໃນລົດ

ເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນທາງ ມີຄົນຕິດພາຍໃນລົດ 1 ຄົນ.ຫນ່ວຍກູ້ໄພສາຍພູເຂົາຄວາຍຂໍຄວາມຊ່ວຍເຫລືອອຸປະກອນຕັດງັດ.

ວັນທີ03/10/2020 ເວລາ 20:21 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫລືອທີມອຸປະກອນຕັດງັດ ຈາກຫນ່ວຍກູ້ໄພສາຍພູເຂົາຄວາຍເພື່ອເຂົ້າຊ່ວຍເຫລືອເຫດລົດໃຫຍ່ເສຍຫລັກຕຳເອົາເຫລັກກັ້ນຂອບທາງ.ຈຸດເກີດເຫດແມ່ນສົ້ນຂົວນໍ້າເຄັມ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບຕິດພາຍໃນລົດ 1 ຄົນ. ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ໃຊ້ທີມພ້ອມອຸປະກອນຕັດງັດເພື່ອຊ່ວຍເຫລືອຄົນເຈັບ ໃຊ້ເວລາປະມານ 7 ນາທີຈຶ່ງສາມາດນຳຜູ້ບາດເຈັບອອກມາໄດ້.

ຜູ້ບາດເຈັບເປັນເພດຍິງ ອາຍຸ 30 ປີ ອາຊີບປະຊາຊົນ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນ ກະທົບຂາທັງສອງເບື້ອງແລະກະທົບແຂນຊ້າຍ (ຫນ່ວຍກູ້ໄພສາຍພູເຂົາຄວາຍນຳສົ່ງຜູ້ບາດເຈັບສົ່ງໂຮງຫມໍມິດຕະພາບ 150 ຕຽງ).

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກ ໂທ 1623.

ຂ່າວສານບ້ານເມືອງ

Post navigation

Previous Post: ເອົາແຕ່ເຊົ້າກະບະຕໍາຮ້ານແຄມທາງເສຍຫາຍໜັກ
Next Post: ປະຊາຊົນ 2 ບ້ານຢູ່ເມືອງເລົາງາມ ສາມັກຄີກັນສ້ອມແປງທາງຍາວເກືອບ 2 ກິໂລແມັດ

Related Posts

ລົດຂົນສົ່ງ 6 ລໍ້ ປະທະ 6 ລໍ້ ທາງໜອງບຶກ ເຈັບ 2 ຂ່າວສານບ້ານເມືອງ
ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ຂ່າວສານບ້ານເມືອງ
ປກສ ເມືອງໂພນໂຮງ ຈັບໂຈນລັກລົດໄດ້ 2 ຄົນ ຂ່າວສານບ້ານເມືອງ
[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:] ຂ່າວສານບ້ານເມືອງ
ຄຳແນະນຳ​ ກ່ຽວກັບການປັບປຸງເງື່ອນໄຂ​ແລະມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຮອງນາຍົກ ຕິດຕາມ ກວດກາ ຜົນເສຍຫາຍຈາກນ້ຳຖ້ວມຢູ່ແຂວງອຸດົມໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme