Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄ້າຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ

Posted on 04/10/202004/10/2020 By News No Comments on ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄ້າຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ

ຕອນເຊົ້າຂອງວັນທີ 04 ຕຸລາ 2020 ນີ້ ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄາຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດຈະເປີດກອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

ໃນລະຫວ່າງວັນທີ 5-6 ຕຸລາ2020ນີ້ ນຳໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳ ຮອງສູນກາງພັກເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ໄດ້ພ້ອມກັນຊັກກະລະບູຊາ, ມາໄຫວອາໄລ ແລະ ລະນຶກເຖີງຄຸນງາມຄວາມດີ ອາໄລຮັກຕໍ່ຄຸນງາມຄວາມດີ ຕໍ່ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ແລະ ລະນຶກເຖີງຄຸນງາມຄວາມດີຂອງບັນດາສະຫາຍນັກຮົບປະຕິວັດ ທີ່ໄດ້ອຸທິດຕົນເຂົ້າໃນການປະຕິວັດຊາດ ຍາດເອົາເອກະລາດອຳນາດອະທິປະໄຕ ແລະ ຝືນແຜນດີນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ

ນຳພາປະເທດຊາດກ້າວຂື້ນສູ່ສັງກາດໃຫມ່ ແຫ່ງການພັດທະນາທີມີຄວາມຮຸງເຮືອງສີວິໄລ ແລະ ຍຸຕິທຳ, ປະທານໄກສອນ ພົມວິຫານ ແລະ ບັນດາສະຫາຍນັກຮົບປະຕິວັດ ໄດ້ສ້າງວິລະກຳອັນລ້ຳເລີດ ທີມີຊື່ສຽງຮຽງນາມ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ຍືນຍົງໃນພາລະກິດຂອງການປະຕິວັດຂອງພວກເຮົາຕະຫຼອດໄປ.

Cr: ຄຳພັນ ແກ້ວມະນີ

ຂ່າວສານບ້ານເມືອງ

Post navigation

Previous Post: ຊອກຫາພໍ່ຕູ້ພວງໄປຍ່າງນໍ້າປ່ຽນຢໍລະປາແລ້ວບໍ່ເຫັນ
Next Post: ຈັບໂຈນເລາະລັກໂທລະສັບເຂດໂຮງໝໍ

Related Posts

ຈັບໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ 2 ສົບ ຢູ່ເຂດເສັ້ນທາງ 450 ປີ ຂ່າວສານບ້ານເມືອງ
ຜົວກໍ່ເຫດ ໃຊ້ ມີ ດ ຕັ ດ ແ ທ ງ ເມຍ ເ ສ ຍ ຊີ ວິ ດ ຍ້ອນ ເ ສ ບ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ SOS ຂ່າວສານບ້ານເມືອງ
ຍຶດໄດ້ 7 ກວ່າໂຕນ ຂ່າວສານບ້ານເມືອງ
ລອດຕາຍວຸດວິດ! ໂດດອອກລົດຈັກ ກ່ອນ ລົດແກ່ດິນ 12 ລໍ້ຢຽບ, ທາງນາທົມ ຂ່າວສານບ້ານເມືອງ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme