Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນໃຫຍ່ 584 ປິດຊຸດເຝີກອົບຮົມ-ຫັດແອບທະຫານໃໝ່ຊຸດທີ XXI ປະຈຳປີ 2020

Posted on 03/10/202003/10/2020 By News No Comments on ກອງພັນໃຫຍ່ 584 ປິດຊຸດເຝີກອົບຮົມ-ຫັດແອບທະຫານໃໝ່ຊຸດທີ XXI ປະຈຳປີ 2020

ໃນວັນທີ 30 ກັນຍາ 2020 ນີ້, ກອງພັນໃຫຍ່ 584 ປິດຊຸດອົບ ຮົມ-ຫັດແອບທະຫານໃໝ່ຊຸດທີ XXI ປະຈໍາປີ 2020 ຂຶ້ນໂດຍການເປັນປະທານຂອງສະຫາຍ ພັນເອກ ມອນໄທ ສະລິດໄຊ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່ 584, ມີ ບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 584, ກອງພັນນ້ອຍ, ພະແນກການ, ຄະນະຮັບຜິດຊອບ ແລະ ຄູ-ອາຈານ ຕະຫຼອດຮອດນັກຮົບທະຫານໃໝ່ເຂົ້າ ຮ່ວມ.

ສະຫາຍ ພັນໂທ ດາລາວັນ ວົງທໍາມາ ຄະນະຮັບຜິດຊອບ ການເຝິກອົບຮົມ ຂຶ້ນສະຫຼຸບຕີ ລາຄາໝາກຜົນໃນການຈັດຕັ້ງ ປະຕິບັດຕະຫຼອດໄລຍະ 3 ເດືອນທີ່ຜ່ານມາເປັນຕົ້ນແມ່ນໄດ້ຍົກ ໃຫ້ເຫັນດ້ານດີ,ດ້ານອ່ອນຂໍ້ຄົງ ຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ພ້ອມກັນ ນັ້ນຍັງໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ, ຖືເອົາການດໍາເນີນຊີວິດການ ເມືອງເປັນພຶ້ນຖານ ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ສາມາດສະຫຼຸບຕີລາຄາໝາກຜົນທີ່ໄດ້ຮັບຄື: ວິຊາ ການເມືອງ ເກັ່ງ 43%, ກາງ 57 %, ວິຊາເສນາພະລາທິການ ເກັ່ງ 64%, ກາງ 36%, ວິຊາງົດງາມ ເກັ່ງ 44%, ກາງ 56%, ວິຊາສິລະ ປະຍຸດ ເກັ່ງ 61%, ກາງ 39%, ວິຊາຍຸດທະວິທີ ເກັ່ງ 42%, ກາງ 58%, ວິຊາຊ່າງແສງ ເກັ່ງ 60%,ກາງ 40% ພ້ອມກັນນັ້ນຍັງໄດ້ມອບການຍ້ອງຍໍປະເພດ I ຈໍານວນ 4 ສະຫາຍ, ນັກຮຽນດີ- ຮຽນເກັ່ງ ປະເພດ II ຈໍານວນ 4 ສະຫາຍ, ນັກຮຽນດີ-ຮຽນເກັ່ງ ປະເພດ III ຈໍານວນ 4 ສະຫາຍ, ບຸກຄົນດີເດັ່ນໃນການປະຕິບັດ 7 ລະບອບ 18 ວຽກ ຈໍານວນ 16 ສະຫາຍ.

ໂອກາດນີ້, ສະຫາຍ ພັນເອກ ມອນໄທ ສະລິດໄຊ ໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດໃນການ ເຝິກອົບຮົບ-ຫັດແອບການທະ ຫານໃໝ່ ແລະ ຮຽກຮ້ອງໃຫ້ທະ ຫານໃໝ່ຈົ່ງຕັ້ງໃຈເຝິກຝົນຫຼໍ່ ຫຼອມທາງດ້ານຄຸນທາດການ ເມືອງໃຫ້ໜັກແໜ້ນ ເຂັ້ມແຂງ ທາງດ້ານການຈັດຕັ້ງ, ເອົາໃຈ ໃສ່ເຝິກຝົນຫຼໍ່ຫຼອມຕົນເອງຊອກ ຮູ້ຮໍ່າຮຽນທາງດ້ານເຕັກນິກ ການທະຫານ ແລະ ນໍາເອົາບົດຮຽນທີຮຽນມາໝູນໃຊ້ເຂົ້າໃນ ວຽກງານຕົວຈິງໃຫ້ແຕກດອກ ອອກຜົນ.

ໂດຍ: ດວງມະນີ ສິນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ
Next Post: ເກີດເຫດ! ຄົນນອນເສຍຊີວິດ ຢູ່ທີ່ ບ້ານສວນຫລວງ ເມືອງຊຽງເງິນ

Related Posts

ການນຳ-ມວນຊົນ ແຂວງສະຫວັນນະເຂດ ໃສ່ບາດອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ຢ່າງຫລວງຫລາຍ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ) ຂ່າວສານບ້ານເມືອງ
ເຈົ້າຫນ້າທີ່ກັກຕົວຄົນຕ່າງປະເທດບໍ່ມີເອກະສານເຂົ້າລາວພ້ອມ ຂ ອ ງ ກ າ ງ ຢ ຂ່າວສານບ້ານເມືອງ
ອັດຕະປື ໄດ້ຮັບເງີນສົດ 250 ລ້ານກີບ ຊ່ວຍເຫລືອ ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19 ຂ່າວສານບ້ານເມືອງ
ໂຄງການໄຟຟ້າພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ ທີ່ ແຂວງອັດຕະປື ຄາດຈະເລີ່ມຜະລິດ ແລະ ສົ່ງຂາຍພາຍໃນປີ 2023 ຂ່າວສານບ້ານເມືອງ
ອັບເດດການເປັນຢູ່ຂອງລີງ ຈາກມູນນິທິອະນຸລັກສັດປ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme