Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ

Posted on 03/10/202003/10/2020 By News No Comments on ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ອຄ.ນວ) ກວດຍຶດ ແລະ ທຳລາຍຖີ້ມປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນ ນ້ຳໜັກ 560 ກິໂລກຼາມ ມູນຄ່າ 6 ລ້ານກວ່າກີບ ໂດຍພິທີທຳລາຍ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2020 ທີ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ, ເມືອງໄຊທານີ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສິນຄ້າດັ່ງກ່າວ ພະແນກ ອຄ.ນວ ໄດ້ຮັບແຈ້ງເບາະແສຂອງພົນລະເມືອງດີ ໃນວັນທີ 30 ກັນຍາ 2020 ເຈົ້າໜ້າທີ່ກວດກາການຄ້າ ໄດ້ສົມທົບກັບ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນາຊາຍທອງ ແລະ ອົງການປົກຄອງບ້ານນາງ່າ ໄດ້ລົງກວດກາສະຖານທີ່ປຸງແຕ່ງປາໝຶກແຊ່ ເຊິ່ງເປັນຂອງ ນາງ ກ (ນາມສົມມຸດ) ອາຊີບຄ້າຂາຍ, ປັດຈຸບັນຢູ່ ບ້ານນາງ່າ, ເມືອງນາຊາຍທອງ ຜ່ານການກວດກາພົບເຫັນປາໝັກແຊ່ໂສດາໄຟ ຈໍານວນ 560 ກິໂລ ຄິດເປັນມູນຄ່າ 6.900.000 ກີບ.

ຈາກການສອບຖາມຜູ້ກ່ຽວໄດ້ຍອມຮັບວ່າຕົນເອງແມ່ນໄດ້ຊື້ປາໝຶກມາຈາກປະເທດເພື່ອນບ້ານ ຂົນສົ່ງໃສ່ລົດເມ ມາລົງຄີວລົດ 13 ໃຕ້ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາເປັນຕົ້ນ: ໃບແຈ້ງເສຍພາສີ ແລະ ໃບຢັ້ງຢືນສຸຂານາໄມສັດ ມາປຸງແຕ່ງເປັນປາໝັກແຊ່ໂຊດາໄຟ ເພື່ອນຳສົ່ງຂາຍໃຫ້ລູກຄ້າຢູ່ບັນດາຕະຫຼາດ, ສ່ວນສະຖານທີ່ປຸງແຕ່ງປາມຶກແຊ່ໂຊດາໄຟ ແມ່ນບໍ່ມີອະນຸຍາດຈາກພາກສ່ວນທີ່ກ່ຽວ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ເຮັດບົດບັນທຶກ, ຍຶດເອົາປາໝັກແຊ່ໂຊດາໄຟມາມາເກັບຮັກສາໄວຢູ່ພະແນກ, ສຳລັບສະຖານທີ່ປຸງແຕ່ງແມ່ນໃຫ້ຢຸດເຊົາ ແລະ ໄດ້ນຳເອົາຕົວຢ່າງໄປກວດຫາສານຕົກຄ້າງຢູ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຜົນການວິໄຈແມ່ນພົບເຫັນສານເຄມີຟໍມາລິນປົນເປື້ອນ ບໍ່ສາມາດບໍລິໂພກໄດ້. ດັ່ງນັ້ນ, ທາງພະແນກຈຶ່ງໄດ້ອອກຂໍ້ຕົກລົງຮິບເປັນຂອງລັດ ແລະ ຈັດພິທີທຳລາຍຖິ້ມ.

ຂ່າວສານບ້ານເມືອງ

Post navigation

Previous Post: ພາກັນໄປເກັບເຫັດ ເຫັນລົດຈັກຄົນອື່ນເລີຍພາກັນລັກຍ້ອນຕິດຢາບ້າ
Next Post: ກອງພັນໃຫຍ່ 584 ປິດຊຸດເຝີກອົບຮົມ-ຫັດແອບທະຫານໃໝ່ຊຸດທີ XXI ປະຈຳປີ 2020

Related Posts

ຊົມເຊີຍ! ທີມງານ ແພດຫມໍ ພະແນກຫູດັງຄໍ ແລະ ທີມຫມໍ ໂຮງຫມໍມະໂຫສົດ ຊ່ວຍຊີວິດ ເດັກນ້ອຍກືນລຽນ 1 ບາດອອກມາຢ່າງປອດໄພ ຂ່າວສານບ້ານເມືອງ
ຈັບຜູ້ລັກລອບຂ້າມມາແຕ່ໄທທາງນ້ຳຂອງ ເຂດເມືອງສັງທອງ ມີຄຣິບ ຂ່າວສານບ້ານເມືອງ
ມື້ທໍາອິດ ເປີດດ່ານສາກົນຂົວມິດຕະພາບ1 ມີຜູ້ເດີນທາງ ເຂົ້າ-ອອກ ນະຄອນຫລວງວຽງຈັນເກືອບ 400ຄົນ ຂ່າວສານບ້ານເມືອງ
ຂ່າວຮ້າຍ…! ສະຖິຕິໃໝ່ ສປປ ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ໃຫມ່ ທີ່ +88 ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມຕິດຕາມຄວາມຄືບໜ້າການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວແຂວງຫົວພັນ ຂ່າວສານບ້ານເມືອງ
ສຸດອີ່ລີ່! ສຸນິສາ ລີ ກວດອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme