Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາກັນໄປເກັບເຫັດ ເຫັນລົດຈັກຄົນອື່ນເລີຍພາກັນລັກຍ້ອນຕິດຢາບ້າ

Posted on 03/10/202003/10/2020 By All in LAOS No Comments on ພາກັນໄປເກັບເຫັດ ເຫັນລົດຈັກຄົນອື່ນເລີຍພາກັນລັກຍ້ອນຕິດຢາບ້າ

ສອງສ່ຽວ ຮ່ວມກັນລັກລົດຈັກແຕ່ໄປບໍ່ລອດ

ທ້າວ ພູທອນ (ແຫຼ້) ອາຍຸ 35 ປີ ແລະ ທ້າວ ສຸລິຍາ (ຍາ) ອາຍຸ 24 ປີ, ທັງສອງຄົນກໍາມະກອນ ຢູ່ບ້ານນາສ້າງໄຜ່ ເມືອງໄສເສດຖາ ນະຄອນຫຼວງວຽງຈັນ, ໄດ້ຮ່ວມກັນລັກເອົາລົດຈັກ ທີ່ຈອດໄວ້ແຄມທາງປ່າ ເຂດບ້ານນາສ້າງໄຜ່, ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນວ ກັກຕົວໄດ້ ໃນວັນທີ 04 ສິງຫາ 2020.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ທ້າວ ພູທອນ ແລະ ທ້າວ ສຸລິຍາ ໄດ້ຮັບສາລະພາບວ່າ: ພວກຕົນທັງສອງຄົນເປັນຄົນບ້ານດຽວກັນ ແລະ ຮັກແພງກັນແບບອ້າຍ-ນ້ອງ; ເຊິ່ງໃນວັນທີ 03 ສິງຫາ 2020, ເວລາ 9:00 ໂມງ ພວກຕົນໄດ້ຊວນກັນໄປເລາະເກັບເຫັດຢູ່ໃນປ່າ ເຂດໃກ້ບ້ານ, ໃນຂະນະທີ່ກໍາລັງຊອກເກັບເຫັດຢູ່ນັ້ນ ໄດ້ມີໄວລຸ້ນບໍ່ຮູ້ຈັກຊື່ຂັບຂີ່ລົດຈັກ ຍີ່ຫໍ້ຊູເມີເອັກ ສີຟ້າດໍາ ບໍ່ຈື່ປ້າຍທະບຽນ ມາຈອດໄວ້ຢູ່ແຄມທາງໃກ້ກັບບ່ອນພວກຕົນເກັບເຫັດ ແລ້ວຊາຍຄົນນັ້ນກໍຍ່າງເຂົ້າໄປໃນປ່າພວກຕົນ ຈຶ່ງເກີດມີແນວຄິດຢາກໄດ້ລົດໄປຂາຍ ເລີຍໄດ້ພາກັນຈູງເອົາລົດໄປຊຸກເຊື່ອງໄວ້ໃນປ່າບ່ອນໃໝ່. ວັນທີ 04 ສິງຫາ 2020, ເວລາ 11:00 ໂມງ ຈຶ່ງໄດ້ຂັບຂີ່ລົດຈັກຄັນດັ່ງກ່າວ ໄປຫາໝູ່ຢູ່ເຂດບ້ານສີວິໄລ ເມືອງໄຊທານີ, ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກຕົວໄວ້ ແລະ ຜ່ານມາທັງສອງເຄີຍເສບຢາບ້າມາແຕ່ປີ 2015; ເຊິ່ງຊື້ນໍາໄວລຸ້ນ ຢູ່ຮ້ານເກມອິນເຕີເນັດທົ່ວໄປ ຊື້ແຕ່ລະຄັ້ງຈໍານວນ 2-3 ເມັດ ແລ້ວເອົາໄປເສບຢູ່ໃນປ່າເຂດໃກ້ບ້ານ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນວັນທີ 03 ສິງຫາ 2020 ເວລາ 10:40 ໂມງວ່າ: ໄດ້ຂີ່ລົດຈັກ ຍີຫໍ້ຊູເມີເອັກ ສີຟ້າດໍາ ປ້າຍທະບຽນ ດລ 4980 ເພື່ອໄປຊອກເກັບເຫັດ ຢູ່ປ່າເຂດໃກ້ບ້ານ ແຕ່ຖືກຄົນຮ້າຍລັກລົດໄປ; (ລົດແມ່ນໄດ້ຕິດຕັ້ງສັນຍານ GPS) ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງຕິດຕາມ. ພໍມາຮອດວັນທີ 04 ສິງຫາ 2020, ເວລາ 11:00 ໂມງ ກໍສາມາດເຂົ້າກັກຕົວຄົນຮ້າຍໄດ້ 2 ຄົນ ພ້ອມລົດຈັກຄັນດັ່ງກ່າວ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ; ສ່ວນລົດຈັກເຈົ້າໜ້າທີ່ໄດ້ຕິດຕໍ່ປະສານຫາເຈົ້າຂອງລົດນໍາເອົາເອກະສານມາພົວພັນ ເອົາເປັນທີ່ຮຽບຮ້ອຍແລ້ວ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຫດສະຫຼົດທີ່ບ້ານ​ຫ້ວຍເດື່ອ ເມືອ​ງ​ໂພນໂຮງ
Next Post: ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 889ຄົນ ຂ່າວສານບ້ານເມືອງ
ການເຝົ້າລະວັງພະຍາດໂຄວິດ-19 ໂດຍນຳໃຊ້ຂໍ້ມູນຈາກຫຼາຍແຫຼ່ງ ຂ່າວສານບ້ານເມືອງ
ຊົມເຊີຍເຈົ້າໜ້າທີ່ ເຮັດແທ້ທຳຈິງ ພຽງ3ດືອນ ສາມາດ ມ້ າ ງ ຄະດີ ຢ າ ເ ສ ບ ຕິ ດ ໄດ້ເກືອບ 2000 ເລື່ອງ ຂ່າວສານບ້ານເມືອງ
ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນພົບຜູ້ຕິດເຊື້ອເພີ່ມໃໝ່615ຄົນ ຂ່າວສານບ້ານເມືອງ
ຮອງເຈົ້າແຂວງອັດຕະປື ເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການກວດກັ່ນກອງ ພະຍາດ ໂ ຄ ວິ ດ ຢູ່ 3 ດ່ານຊາຍແດນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme