Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫະລັດອາເມຣິກາ ມອບລົດແພດພາກສະໜາມ ຈຳນວນ 9 ຄັນ ໃຫ້ແກ່ກະຊວງປ້ອງກັນປະເທດລາວ

Posted on 03/10/202004/10/2020 By News No Comments on ສະຫະລັດອາເມຣິກາ ມອບລົດແພດພາກສະໜາມ ຈຳນວນ 9 ຄັນ ໃຫ້ແກ່ກະຊວງປ້ອງກັນປະເທດລາວ

ໃນວັນທີ 1 ຕຸລາ 2020 ນີ້, ຢູ່ທີ່ຕຶກກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດ ສະຫະ ລັດອາເມຣິກາ ໄດ້ມອບລົດແພດ ພາກສະໜາມ Ford Everest ຈຳນວນ 9 ຄັນ ມູນຄ່າຫຼາຍກວ່າ , 600.000 ໂດລາ, ໃຫ້ແກ່ກະຊວງປ້ອງກັນປະເທດລາວ.

ຕາງໜ້າ ກ່າວມອບໂດຍ ທ່ານ ດຣ ປີເຕີ ເຣມອນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສະ ຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພົນຕີ ແອສະໄໝເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດລາວ ໂດຍການເປັນສັກຂີພິຍານຂອງພະນັກງານທີ່ ກ່ຽວຂອງທັງສອງຝ່າຍ.

ໂອກາດນີ້, ທ່ານຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຕາງໜ້າໃຫ້ຄະນະນຳ ກະຊວງປ້ອງກັນປະເທດ ສະ ແດງຄວາມຂອບໃຈຢ່າງສູງ ຕໍ່ກະຊວງປ້ອງກັນປະເທດ ສ.ອາເມຣິກາ ແລະ ຕີລາຄາສູງຕໍ່ການ ຊ່ວຍເຫຼືອຄັ້ງນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນ ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃຫ້ກັບວຽກ ງານເສນາຮັກ ຂອງກະຊວງປ້ອງ ກັນປະເທດລາວ ໃນການຮັບມື ກັບພາວະສຸກເສີນດ້ານການແພດ ແລະ ບັນເທົາທຸກໄພພິບັດດ້ານ ຕ່າງໆທີ່ອາດຈະເກີດຂຶ້ນ.

ໂດຍ: ຈິດ (ກອງທັບ)

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດແຕ່ງຕັ້ງ ທ່ານ ໄພທູນ ສີພູມມາ ເປັນປະທານອົງການກວດສອບປະຈຳພາກໃຕ້ ຢ່າງເປັນທາງການ.
Next Post: ຟໍຈູນເນີເສຍຫຼັກປີ້ນທາງພູເກົ້າຫຼັກ

Related Posts

ໜ່ວຍສະເພາະກິດຂັ້ນແຂວງ ຊີດ ຢ າຂ້ າເຊື້ອ ໂຄວິດ ທີ່ແຜ່ລະບາດຮອບ2 ຕາມເສັ້ນທາງພາຍໃນນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ຄອບຄົວ ທ່ານຄຳພອນ ພົນເສນາ ຖວາຍດິນ 30 ເຮັກຕາ ໃຫ້ເປັນທໍລະນີສົງ ຂ່າວສານບ້ານເມືອງ
ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງສປປ ລາວ ມອບການຊ່ວຍເຫຼືອໃຫ້ ຄົນພິການ 52 ຄອບຄົວ ຂ່າວສານບ້ານເມືອງ
ນາຍົກ ໄດ້ເຂົ້າຢ້ຽມຢາມ ສະຖານທີ່ຮອງຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດCoVid-19. ຂ່າວສານບ້ານເມືອງ
ການເກັບລາຍຮັບຂອງກອງຄຸ້ມຄອງພາສີ V ປີນີ້ຈະບໍ່ບັນລຸຄາດຫມາຍທີ່ວາງໄວ້ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງ ເມືອງນອງລົງຕິດຕາມກວດກາຄວາມເສຍຫາຍຂອງຂົວເຊສະໝູນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme