Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຟໄໝ້ໂຮງງານຢາງພາລາ ທີ່ເມືອງປາກຊັນ ເສຍຫາຍໜັກ

Posted on 02/10/202002/10/2020 By All in LAOS No Comments on ໄຟໄໝ້ໂຮງງານຢາງພາລາ ທີ່ເມືອງປາກຊັນ ເສຍຫາຍໜັກ

ເກີດເຫດໄຟໄໝ້ໂຮງງານຢາງພາລາທີ່ເມືອງປາກຊັນ: ວັນທີ 1 ຕຸລາ 2020 ເກີດເຫດໄຟໄໝ້ໂຮງງານຢາງພາລາ ບໍລິສັດກາວເຊີ່ນ ຢູ່ເຂດບ້ານທົ່ງ ເມືອງປາກຊັນ ແຂວງບໍລິຄຳໄຊ.

ຕາມການລາຍງານຂອງທ່ານ ໄມ ລໍວັນໄຊ ຜູ້ຢູ່ໃນເຫດການ ໜຶ່ງໃນພະນັກງານຂອງໂຮງງານດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງປາຍ ໄດ້ເກີດໄຟໄໝ້ຢູ່ເຕົາອົບຢາງພາລາຂຶ້ນ ພໍເມື່ອຕົນເອງແລ່ນລົງມາຮອດ ປະກົດວ່າມີແປວໄຟເກີດຂຶ້ນຢູ່ຫຼາຍບ່ອນຂອງໂຮງງານແລ້ວ ຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ດັບເພີງມາຊ່ວຍ.

ພໍລົດດັບເພີງມາຮອດ ແລະ ກໍ່ໄດ້ລະດົມກຳລັງມອດໄຟຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລາມຂອງໄຟ ບໍ່ໃຫ້ໄປຫາຈຸດອື່ນ. ທ່ານ ພັນໂທ ເດດ ມີໄຊ ຮອງຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານຈະລາຈອນມອດໄຟແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ເມືື່ອໄດ້ຮັບແຈ້ງເຫດ, ໄດ້ລະດົມກຳລັງພົນ ແລະ ລົດດັບເພີງເຂົ້າມາປະຕິບັດການຢ່າງຮີບດ່ວນ ແລະ ທັນເວລາໂດຍສະເພາະແມ່ນການຄວບຄຸມເພີງ ບໍ່ໃຫ້ຂະຫຍາຍຕົວເປັນບໍລິເວນກວ້າງ, ພ້ອມດຽວກັນຍັງໄດ້ຈັດກຳລັງຕຳຫຼວດຈະລາຈອນ ເພື່ອອຳນວຍຄວາມສະດວກ ລະບາຍການສັນຈອນ ຢູ່ເສັ້ນທາງຕໍ່ໜ້າໂຮງງານໃຫ້ມີຄວາມປອດໄພ,

ມາຮອດເວລາ 15 ໂມງ, ຍັງບໍ່ທັນສາມາດມອດໄຟໄດ້ໝົດເທື່ອ. ສຳລັບສາເຫດຂອງໄຟໄໝ້ໃນຄັ້ງນີ້, ຍັງບໍ່ຮູ້ສາເຫດຢ່າງ ຊັດເຈນ ຍັງລໍຖ້າການສືບສວນຂອງເຈົ້າໜ້າທີ່. ໂຮງງານຢາງພາລາຂອງບໍລິສັດກາວເຊີ່ນນີ້ ແມ່ນມີເນື້ອທີ່ທັງໝົດ 5 ເຮັກຕາ, ສະເພາະແຕ່ໂຮງງານມີເນື້ອທີ່ 2 ເຮັກ ຕາ, ມີການລົງທຶນປະມານ 1.200.000 ໂດລາສະຫະລັດ, ໂຮງງານແຫ່ງນີ້ແມ່ນນຳໃຊ້ເຂົ້າໃນການຕາກ, ລີດ ແລະ ອົບຢາງພາລາ ເຮັດເປັນຢາງເຄິ່ງສຳເລັດຮູບ ແລ້ວນຳສົ່ງອອກໄປ ສປ ຈີນ.

Cr: ນັກຂ່າວແຂວງບໍລິຄຳໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ປະທານາທິບໍດີ ສະຫະລັດອາເມຣິກາ ຕິດເຊື້ອ ໂຄວິດ-19
Next Post: ເກີດເຫດ! ລົດຈັກຕໍາກັບລົດຖີບ ( ເຈັບ 2 ຄົນ) ເດັກອາຍຸ 11 ປີ ແລະ 14 ປີ

Related Posts

ບ້ານປົ່ງຄໍາ ເມືອງຊຽງຮ່ອນ ນໍ້າຖ້ວມໜັກແລ້ວ ຂ່າວສານບ້ານເມືອງ
ສະຫຼົດເຫດຊາຍໂດດລົງຂົວເສຍຊີວິດ 1 ທີ່ ຫລວງພະບາງ ຂ່າວສານບ້ານເມືອງ
ສປປ ລາວ ທົບທວນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພ້ອມເປີດ SDGs Application ຂ່າວສານບ້ານເມືອງ
ໄທ ຢຶດຊີ້ນໝູນໍາເຂົ້າຈາກ ລາວ ຈໍານວນ 20 ໂຕນ ຂ່າວສານບ້ານເມືອງ
ການສ້າງທາງ ແລະເຄື່ອງມີກົນຈັກຕ່າງໆ ທີຫລວງພຣະບາງ ເມື່ອປີ 1957 ຂ່າວສານບ້ານເມືອງ
ເມືອງງອຍ ທຳລາຍ ອ າ ວຸ ດ ລ່າເນື້ອ 1.400ກວ່າກະບອ ກ ແລະ ສິ່ງທີ່ຜິດກົດໝາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme