Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

Posted on 01/10/202001/10/2020 By News No Comments on ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມປັບປຸງແບບແຜນວິທີເຮັດວຽກ ຂອງວຽກງານການທະຫານ ທ້ອງຖິ່ນ 6 ແຂວງພາກເໜືອ ຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ 2020 ນີ້ ເຊິ່ງໄດ້ດໍາເນີນ ມາເປັນເວລາ 2 ວັນ, ໂດຍເປັນ ປະທານຮ່ວມຂອງ ສະຫາຍ ຄໍາ ໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ເປັນ ກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາຄໍາແດງ ແພງວິໄລ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະນໍາມາຈາກກະຊວງ, ເຈົ້າເມືອງໆຫຼວງນໍ້າທາ, ຄະນະພັກ-ຄະນະບັນຊາກົມກອງທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຄື: ກອງບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ລັດວິ ສາຫະກີດໄຟຟ້າລາວປະຈໍາພາກເໜືອ, ລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາຫະກໍາ, ໂຮງງານຊີມັງ ແຂວງບໍ່ແກ້ວ ແລະ ກອງບັນຊາການທະຫານແຂວງຫຼວງນໍ້າທາ ແລະ 5 ກອງບັນຊາການທະຫານເມືອງເຂົ້າຮ່ວມ. ກອງປະຊຸມສະຫາຍ ພົນຈັດ ຕະວາ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າກົມການທະຫານທ້ອງຖີ່ນກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຜ່ານມາພ້ອມ ທັງຍົກໃຫ້ເຫັນສະພາບການລວມ, ສະພາບປະກົດການຫຍໍ້ທໍ້ດ້ານຕ່າງໆ, ສະພາບປະຊາຊົນ, ສະພາບບັນດາກົມກອງທ້ອງຖິ່ນເຊິ່ງຕິດພັນກັບການຄົ້ນຄວ້າ ແລະ ວິທີປັບປຸງແບບແຜນວິທີເຮັດວຽກຂອງພະນັກງານອົງການຈັດຕັ້ງພັກ-ລັດ ແລະ ການນໍາແຕ່ ລະຂັ້ນ, ເຊິ່ງໄດ້ເປັນເຈົ້າການໃນ ການຈັດຕັ້ງປະຕິບັດວຽກງານ ການ ທະຫານທ້ອງຖິ່ນ ໃຫ້ຖືກ ຕ້ອງກັບການກໍ່ສ້າງທ່າສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກ ໃນໄລຍະຜ່ານມາ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຂອງບັນດາກອງບັນຊາການທະຫານແຂວງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຜ່ານມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການນໍາພາ-ບັນ ຊາຂັ້ນຂອງຕົນໃຫ້ສອດຄ່ອງກັບແບບແຜນວິທີເຮັດວຽກທີ່ ກອງບັນຊາການທະຫານທ້ອງຖິ່ນໄດ້ກໍານົດໄວ້, ຮັບປະກັນເຮັດ ໃຫ້ການອົບຮົມ ແລະ ສ້າງບັນ ດາເປົ້າໜາຍໃຫ້ໄດ້ຕາມເງື່ອນໄຂ ແລະ ມີຄຸນນະພາບສູງ.

ຕອນທ້າຍກອງປະຊຸມ ບັນດາ ສະຫາຍແຂກ, ຜູ້ແທນກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງສະ ຫາຍ ຄໍາໄຫຼ ສີປະເສີດ ເຊິ່ງສະ ຫາຍກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ກໍາລັງປະກອບອາ ວຸດທ້ອງຖິ່ນ 6 ແຂວງພາກເໜືອ ທີ່ໄດ້ເປັນເຈົ້າການປະຕິບັດໜ້າ ວຽກງານໃນໄລຍະຜ່ານມາພ້ອມທັງໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ, ພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປດ້ວຍຫຼາຍ ຮູບການ, ກອງປະຊຸມວຽກງານການທະຫານທ້ອງຖີ່ນໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ຂໍຮຽກຮ້ອງມາຍັງການນໍາກົມກອງທ້ອງຖິ່ນ ຈົ່ງພ້ອມກັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕີຖອຍທຸກ ປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ຈະເກີດຂຶ້ນກັບປະຊາຊົນ ແລະ ພະນັກງານ-ນັກຮົບບັນດາ ກົມກອງທ້ອງຖິ່ນ ເຊິ່ງຕິດພັນກັບການຄົ້ນຄ້ວາ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງພະນັກງານໃນອົງການຈັດຕັ້ງ ພັກ-ລັດ ແລະ ການນໍາແຕ່ລະຂັ້ນລວມທັງຂອດການຈັດຕັ້ງປະຕິ ບັດ ວຽກງານການທະຫານທ້ອງຖິ່ນໃຫ້ຖືກຕ້ອງກັບການກໍ່ສ້າງ ທ່າ ສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກໃນໄຍລະຜ່ານມາ, ໂດຍຖືເອົາການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບການພັດທະນາຊົນນາບົດຮອບ ດ້ານ, ເພື່ອສ້າງໃຫ້ຄະນະນໍາຂັ້ນ ແຂວງ, ຂັ້ນເມືອງ, ອົງການຈັດ ຕັ້ງພັກ-ລັດ ແລະ ທະຫານທ້ອງຖິ່ນ ມີແນວຄິດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ຮັບປະ ກັນເຮັດໃຫ້ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີ ຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມສາມັກຄີປອງດອງ ເປັນ ປຶກແຜ່ນແໜ້ນໜາ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ຂ່າວສານບ້ານເມືອງ

Post navigation

Previous Post: ປີນີ້ ບໍ່ມີການປະກວດເຮືອໄຟງາມ ໃນງານບຸນອອກພັນສາ ປະວໍລະນາ ທີ່ນະຄອນຫລວງວຽງຈັນ
Next Post: ຖະແຫຼງຂ່າວ ມາດຕະການຜ່ອນຜັນໂຄວິດ-19 ເດືອນຕຸລາ 2020

Related Posts

ໄທ ຢຶດຊີ້ນໝູນໍາເຂົ້າຈາກ ລາວ ຈໍານວນ 20 ໂຕນ ຂ່າວສານບ້ານເມືອງ
ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ຂ່າວສານບ້ານເມືອງ
ເຊກອງ ກະກຽມເປີດການທ່ອງທ່ຽວສີຂຽວ ພາຍໃນແຂວງ ຂ່າວສານບ້ານເມືອງ
ມີ 885 ກິດຈະການ ທີ່ຂຸດຄົ້ນກ່ຽວກັບແຮ່ທາດຢູ່ລາວ ຂ່າວສານບ້ານເມືອງ
ເມືອງທຸລະຄົມສູນບ້ານບໍ່ ປິ່ນປົວຄົນເຈັບຫາຍດີ ແລະ ນໍາສົ່ງກັບບ້ານຈໍານວນ 24 ຄົນ ຂ່າວສານບ້ານເມືອງ
ກອງກວດ-ກູ້ ລະເບີດ 58 ເປີດຊຸດອົບຮົມ-ຫັດແອບຝຶກຝົນກຳລັງແຮງກາຍປະຈຳປີ 2022. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme