Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີນີ້ ບໍ່ມີການປະກວດເຮືອໄຟງາມ ໃນງານບຸນອອກພັນສາ ປະວໍລະນາ ທີ່ນະຄອນຫລວງວຽງຈັນ

Posted on 01/10/202001/10/2020 By News No Comments on ປີນີ້ ບໍ່ມີການປະກວດເຮືອໄຟງາມ ໃນງານບຸນອອກພັນສາ ປະວໍລະນາ ທີ່ນະຄອນຫລວງວຽງຈັນ

ໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ ຄສ 2020 ທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊີ່ງຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 1-3 ຕຸລາ 2020 ຈະບໍ່ມີການປະກວດເຮືອໄຟງາມຄືທຸກປີຜ່ານມາ, ສ່ວນເຮືອທີ່ຈະເຂົ້າຮ່ວມແຂ່ງຂັນມີແຕ່ເຮືອກິລາຈຳນວນ 12 ລໍາ ເທົ່ານັ້ນ.

ທ່ານ ບຸນໜາ ຜາທຸມມະວົງ, ເຈົ້າເມືອງຈັນທະບູລີ, ໃຫ້ສໍາພາດວ່າ: ເພື່ອສືບຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກ. ການຈັດງານບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ປີນີ້ ແຕກຕ່າງຈາກທຸກປີຜ່ານມາ ເພາະປີນີ້ເນັ້ນຈັດເພື່ອຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຕາມທີ່ເຄີຍປະຕິບັດສືບທອດກັນມາເທົ່ານັ້ນ ເຮັດໃຫ້ກິດຈະກໍາພາຍ ໃນງານແມ່ນໜ້ອຍກ່ວາທຸກປີຜ່ານມາ ເພາະໄດ້ຕັດຫລາຍກິດຈະກໍາອອກ ເປັນຕົ້ນ: ຈະບໍ່ມີການປະກວດເຮືອໄຟງາມ ເພາະຈະມີເຮືອໄຟພຽງລໍາດຽວທີ່ຄະນະກໍາມະການຈັດງານສ້າງຂຶ້ນເທົ່ານັ້ນ. ສໍາລັບເຮືອທີ່ຈະເຂົ້າຮ່ວມແຂ່ງ ຂັນໃນມື້ສຸດທ້າຍ ຄື ວັນທີ 3 ຕຸລາ ຈະມີແຕ່ເຮືອກິລາ ຈຳນວນ 12 ລໍາເທົ່ານັ້ນ. ສ່ວນບັນດາຫ້າງຮ້ານທີ່ເຂົ້າຮ່ວມວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງຯ ລວມເຖີງອີກຫລາຍກິດຈະກໍາ ແມ່ນໜ້ອຍກ່ວາທຸກປີຜ່ານມາເຊັ່ນດຽວກັນ.

ເຈົ້າເມືອງຈັນທະບູລີ ໃຫ້ຮູ້ຕື່ມວ່າ: ໃນງານຄັ້ງນີ້ ໄດ້ກະ ກຽມແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄວ້ພຽງພໍແລ້ວ ພ້ອມນີ້ ໄດ້ແນະນໍາໃຫ້ບັນດາຫ້າງຮ້າງພາຍໃນງານກະກຽມນໍ້າຢາ ຫລື ເຈວລ້າງມືປະຈຳທຸກຮ້ານ.

ຢ່າງໃດກໍຕາມ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງເຂົ້າມາທ່ອງທ່ຽວໃນໂອ ກາດບຸນອອກພັນສາທີ່ທ່າວັດຈັນ, ນະຄອນຫລວງວຽງ ຈັນ ປີນີ້ ຈົ່ງມີສະຕິ ແລະ ນໍາຜ້າອັດປາກ-ດັງມາພ້ອມ ແລະ ຫລີກຫລ່ຽງການເຂົ້າໄປບ່ອນທີ່ມີຄົນແອອັດເກີນໄປ ເພື່ອປ້ອງກັນພະຍາດໂຄວິດ-19 ແລະ ຄວາມປອດໄພດ້ານຊີ ວິດ ແລະ ຊັບສິນຂອງຕົນເອງ ຕື່ມອີກ.

ໂດຍ: ບຸນຕຽງ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນໃຫຍ່ 644 ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ
Next Post: ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 114 ຄົນ ຂ່າວສານບ້ານເມືອງ
ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ເກັບກູ້ຄືນໄດ້ 12 ຄັນ ຂ່າວສານບ້ານເມືອງ
ໄຊຍະບູລີ ປະຊຸມຮັບຮອງອັດຕາຄິດໄລ່ຄ່າຊົດເຊີຍ ໃຫ້ປະຊາຊົນບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ ຂ່າວສານບ້ານເມືອງ
ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ປູກຈິດສໍານຶກໃຫ້ນັກຂັບຂີ່ ຕິດພັນກັບການປ້ອງກັນ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຜົວກໍ່ເຫດ ໃຊ້ ມີ ດ ຕັ ດ ແ ທ ງ ເມຍ ເ ສ ຍ ຊີ ວິ ດ ຍ້ອນ ເ ສ ບ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme