Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດແຈ້ງ! ປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ເລີ່ມຕັ້ງແຕ່ເວລາ 6:00ໂມງ ຂອງວັນທີ 2ຕຸລາ 2020 ເປັນຕົ້ນໄປ.

Posted on 01/10/202001/10/2020 By News No Comments on ລັດແຈ້ງ! ປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ເລີ່ມຕັ້ງແຕ່ເວລາ 6:00ໂມງ ຂອງວັນທີ 2ຕຸລາ 2020 ເປັນຕົ້ນໄປ.

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0883/ອຄ.ກຄພນ; ລົງວັນທີ 1ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລາຄາໃນຄັ້=ນີ້ ແອັດຊັງພິເສດ ປັບຂຶ້ນ 150 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 110 ກີບຕໍ່ລິດ, ສ່ວນກາຊວນ ເພີ່ມຄັງແຮ 20 ກີບຕໍ່ລິດ ແລະ ປັບລົງລາຄາ 100ກີບຕໍ່ລິດ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0798/ກຄພນ.ຄສລ, ລົງວັນທີ 1 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ທັ້ງນີ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ່າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສພບັບເລກທີ 0850/ອຄ.ກຄພນ,ລົງວັນທີ 17 ກັນຍາ 2020.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີກາຊ່ວນລົງ ຂ່າວຮ້າຍແອັດຊັງຂຶ້ນ ເລີ່ມ 2 ຕຸລາ
Next Post: ປກສແຂວງບໍລິຄຳໄຊ ປຸກເຮືອນໃຫ້ປະຊາຊົນ ຄອບຄົວອານະຖາ

Related Posts

ທັບນັກກິລາທະຫານຊ່າງແສງເດີນທາງເຖິງ ສ ຣັດເຊຍ ແລ້ວ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ 6 ປະເທດ ຂ່າວສານບ້ານເມືອງ
ການສວຍໂອກາດຂຶ້ນລາຄາສິນຄ້າ ລັກຂຶ້ນລາຄາສິນຄ້າເອງ ຈະຖືກປັບໄໝ 10 ລ້ານ ຂ່າວສານບ້ານເມືອງ
ແຈ້ງການ ມະຫາວິທະຍາໄລວິທະຍາສາດສຸຂະພາບປະກາດມື້ເສັງເອົານັກສຶກສາແພດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 230ຄົນ ຂ່າວສານບ້ານເມືອງ
ຄະນະສະເພາະກິດຫຼວງພະບາງປະຊຸມດ່ວນ! ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme