Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ່ VII ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ຄຸນງາມຄວາມດີຕໍ່ຜູ້ບຸນຄຸນຕໍ່ປະເທດຊາດ

Posted on 01/10/202001/10/2020 By News No Comments on ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ່ VII ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ຄຸນງາມຄວາມດີຕໍ່ຜູ້ບຸນຄຸນຕໍ່ປະເທດຊາດ

ໃນໂອກາດທີ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ຈະດຳເນີນຂື້ນໃນລະຫວ່າງວັນທີ່ 2-3 ຕຸລາ 2020. ຄະນະບໍລິຫານງານພັກແຂວງຊຸດທີ VII ນຳໂດຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ຢູ່ອານຸສອນສະຖານຂອງປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ

ໃນຕອນເຊົ້າວັນທີ 1 ຕຸລາ 2020 ເພື່ອລະນຶກເຖີງບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດກໍ່ຄືຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ພາຍຫຼັງສຳເລັດການວາງພວງມາລາ ແລະ ກະຕ່າດອກໄມ້ ຜູ້ແທນກອງປະຊຸມໃຫຍ່ໄດ້ເຂົ້າເຊື່ອມຊືມກົດລະບຽບ ແລະ ວາລະຂອງການດຳເນີນກອງປະຊຸມ, ພ້ອມທັງເຂົ້າຮ່ວມຊົມການວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງພະແນກການ-ກົມກອງ ແລະ ຜະລິດຕະພັນສີໄມ້ລາຍມືຂອງສະຖາບັນການສຶກສາ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສແຂວງອັດຕະປື ສຶກສາອົບຮົມກຸ່ມມົ້ວສຸມຢາ ໃຫ້ກັບໂຕກັບໃຈກັບມາເປັນລູກທີ່ດີຂອງພໍ່ແມ່
Next Post: ທໍ່ນໍ້າອາການໂຄມາ ຕັນແທ້ຕັນວ່າ-ສາເຫດນໍ້າຖ້ວມຂັງ

Related Posts

ປກສ ເມືອງທ່າແຂກ ກັກໂຕ 4 ສະຫາຍ ພ້ອມ ຂ ອ ງ ກ າ ງ 9.224 ເ ມັ ດ ຂ່າວສານບ້ານເມືອງ
ອີກແລ້ວ ກະບະເສຍຫຼັກຕໍາຮົ້ວກັ້ນຂ້າງທາງດ່ວນ ເຈັບ 6 ຄົນ ຂ່າວສານບ້ານເມືອງ
ເເຈ້ງການ! ການຄັດເລືອກເຂົ້າທະຫານໃໝ່ປະຈໍາປີ 2021 ຂ່າວສານບ້ານເມືອງ
ອັດຕະປືນໍ້າຖ້ວມລະດັບນໍ້າກຳລັງເພີ່ມສູງ ຂ່າວສານບ້ານເມືອງ
ເຕືອນໄພ! ອັດຕະປື ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 90 ກໍລະນີ ຂ່າວສານບ້ານເມືອງ
ງານບຸນນະມັດສະການຜາສາດຫີນວັດພູ​ ຈໍາປາສັກ ເປີດຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme