Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ແຂວງສະຫວັນນະເຂດ ເລື່ອນຊັ້ນໃຫ້ນາຍຕຳຫຼວດ

Posted on 01/10/202001/10/2020 By News No Comments on ປກສ ແຂວງສະຫວັນນະເຂດ ເລື່ອນຊັ້ນໃຫ້ນາຍຕຳຫຼວດ

ໃນວັນທີ 29 ກັນຍາ ຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ ໃຫ້ນາຍຕຳ ຫຼວດ ແລະ ປະກາດການສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາ ຈາກວິທະຍາຄານສັນຕິບານປະຊາຊົນ,ໃຫ້ກຽດປະດັບຊັ້ນ ໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ອ້ອມຂ້າງກອງບັນຊາການ ປກສ, ພ້ອມດ້ວຍ ນາຍຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນ ເຂົ້າຮ່ວມ.

ໃນພິທີ, ພັທ ດາວວອນ ຄົມທິລາດ ຮອງຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ1726/ປກສ, ລົງວັນທີ 1ກັນຍາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ.ມີດັ່ງ ນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ ໃຫ້ບັນດາສະຫາຍທີ່ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ18 ສະຫາຍ, ຍິງ 2 ສະຫາຍ. ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ 214/ປກສ.ສຂ, ລົງວັນທີ 28 ກັນຍາ2020 ວ່າດ້ວຍການສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາ ຈາກວິທະຍາຄານສັນຕິ ບານປະຊາຊົນ ຂອງກຳລັງປ້ອງກັນຄວາມສະຫງົບ.

ໂອກາດດັ່ງກ່າວ, ພັອ ສົມໝາຍ ພົມມະຈັນ ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມເປັນແບບຢ່າງ, ປັບປຸງຍົກລະດັບຄວາມຮູ້-ຄວາມສາມາດໃຫ້ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເດັດດ່ຽວຕັດສິນໃຈແກ້ໄຂບັນຫາຄົງຄ້າງຕ່າງໆ ພ້ອມທັງອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມສາມາດຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍ້ຕົກລົງ ວ່າດ້ວຍ ການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ
Next Post: ປກສແຂວງອັດຕະປື ສຶກສາອົບຮົມກຸ່ມມົ້ວສຸມຢາ ໃຫ້ກັບໂຕກັບໃຈກັບມາເປັນລູກທີ່ດີຂອງພໍ່ແມ່

Related Posts

ຄົນຮ້າຍສາມຄົນກໍ່ເຫດຈັບຕົວປະກັນຮຽກຄ່າໄຖ່ທີ່ບໍ່ແກ້ວ (2 ໃນ 3 ເປັນຕໍາຫຼວດ) ຂ່າວສານບ້ານເມືອງ
ນ້ຳຕົກຕາດຫ້ວຍໄຄ້ ບ້ານຫ້ວຍຊົວະ ເມືອງປາກທາ ແຂວງບໍ່ແກ້ວ ກຽມພັດທະນາສ້າງເປັນແຫຼ່ງທ່ອງທ່ຽວໃນອາຄົດ ຂ່າວສານບ້ານເມືອງ
ສານຕັດສິນປະຫານຊີວິດ ຜູ້ຄ້າຢາເສບຕິດ 2 ຄົນ ແລະ ຈໍາຄຸກອີກ 2 ຄົນ ຂ່າວສານບ້ານເມືອງ
ໄຟຟ້າລາວອອກຂໍ້ກຳນົດ! ປັບໃໝຕໍ່ຜູ້ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຂ່າວສານບ້ານເມືອງ
ສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ ຂ່າວສານບ້ານເມືອງ
ຮອງປະທານປະເທດ ຕ້ອນຮັບທູດໄທ ເຂົ້າຢ້ຽມຂໍ່ານັບອຳລາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme