Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງອຸດົມໄຊ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

Posted on 30/09/202030/09/2020 By News No Comments on ແຂວງອຸດົມໄຊ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ຕອນເຊົ້າວັນທີ 30 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ອົງການແນວລາວສ້າງຊາດແຂວງ ອຸດົມໄຊ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70ປີ ຄື 13 ສິງຫາ 1950 ຫາ 13 ສິງຫາ 2020 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານແນວລາວສ້າງຊາດ, ທ່ານ ປ.ອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງ ອຸດົມໄຊ. ມີການນໍາແຂວງ, ພະນັກງານອາວຸໂສປະຕິວັດ, , ຜູ້ຊົງຄຸນວຸດທິ, ພຣະສົງ, ນັກຮົບແຂ່ງຂັນ,ສອງກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕົວແທນຊົນເຜົ່າ, ສາສະໜາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກຮຽນຮູ້ປັນຍາຊົນອ້ອມຂ້າງແຂວງເຂົ້າຮ່ວມ.

ພິທີ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ 7 ຂອງແນວລາວສ້າງຊາດແຂວງ ແລະ ມູນເຊື້ອ, ຜົນງານຂອງແນວລາວສ້າງຊາດຕະຫຼອດໄລຍະ 70 ປີ ຜ່ານມາ.

ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງອຸດົມໄຊ ກ່າວປາໄສໃນພິທີໂຮມຊຸມນຸມວ່າ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ70 ປີ ແມ່ນການຫວນຄື່ນປະຫວັດ-ມູນເຊື້ອ, ຜົນງານການກຳເນີດ, ເຕີບໃຫ່ຍຂະຫຍາຍຕົວຂອງອົງການແນວລາວສ້າງຊາດແຫ່ງຊາດລາວແຕ່ລະສະໄໝ ແລະ ການເຄື່ອນໄຫວຂອງບັນດາບັນພະບູລຸດ, ການນຳປະຕິວັດທີ່ໄດ້ອຸທິດເພື່ອພາ ລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ. ເປັນການລະນຶກເຖິງວິລະກຳລໍ້າເລີດ, ຄຸນງາມຄວາມດີຂອງບຸກຄົນ ແລະ ການຈັດຕັ້ງ, ບັນດາທ່ານຜູ້ນຳທີ່ຮັກຊາດ, ນັກຮົບປະຕິວັດ, ຜູ້ຊົງຄຸນວຸດທິ, ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະລະເລືອດເນື້ອເພື່ອຊາດ ເພື່ອພາລະກິດປະຕິວັດຕະຫຼອດໃນໄລຍະຜ່ານມາ. ກ່ອນໜ້ານີ້ 70 ປີ ການກຳເນີດ-ເຕີບໃຫ່ຍຂະຫຍາຍຕົວ ຂອງຂະບວນການຕໍ່ສູ້ປະຕິວັດ, ຕ້ານພວກລ່າເມືອງຝຣັ່ງ-ອາເມລິກາ. ໂດຍເລີ່ມຈາກແນວທາງນະໂຍບາຍຂອງພັກກອມມຸນິດອິນຈີນ ກໍ່ຄືຄະນະພັກແຄ້ວນລາວທີ່ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂຕົວຈິງ, ຜ່ານການກະກຽມໄປໃນມາໄລຍະໜຶ່ງ. ກອງປະຊຸມໃຫ່ຍແນວໂຮມທົ່ວປະເທດໄດ້ໄຂຂຶ້ນ ໃນວັນທີ 13 ສິງຫາ 1950, ຊຶ່ງໃສຊື່ວ່າ: ແນວລາວອິດສະ ຫຼະ ແລະ ກອງປະຊຸມໄດ້ວາງໂຄງການ ການເມືອງ 12 ຂໍ້, ໄດ້ເລືອກຕັ້ງຄະນະກຳມະການສູນກາງແນວລາວອິດສະຫຼະ 15 ທ່ານ, ແຕ່ງຕັ້ງລັດຖະບານລາວຕໍ່ຕ້ານ ໂດຍແມ່ນທ່ານ ສຸພາ ນຸວົງ ເປັນປະທານສູນກາງແນວລາວອິດສະຫຼະ ແລະ ທັງເປັນນາຍົກລັດຖະມົນຕີ (ລັດຖະບານລາວຕໍ່ຕ້ານ), ນັ້ນແມ່ນເຫດການ ການເມືອງທີ່ມີຄວາມໝາຍທີ່ສຸດໃນພາລະກິດຕໍ່ສູ້ປະຕິວັດຂອງຊາດລາວທີ່ມີການຈັດຕັ້ງ ແລະ ມີການນຳ ພາ, ເປັນປະຫວັດສາດ ແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວໃນຂະບວນວິວັດຂອງການຕໍ່ສູ້ປະ ຊາຊົນບັນດາເຜົ່າ ໄດ້ມີອົງການຈັດຕັ້ງນຳພາຂອງຕົນຄື ແນວລາວອິດສະຫຼະ.

ມາຮອດຕົ້ນປີ 1956 ກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ II ຂອງແນວລາວອິດສະຫຼະ ໄດ້ປ່ຽນຊື່ ແນວລາວອິດສະຫຼະ ເປັນແນວລາວຮັກຊາດ, ໄດ້ຍົກສູງພາລະບົດບາດ, ເຮັດໜ້າທີ່ເຕົ້າໂຮມທຸກກຳລັງແຮງ, ທຸກການຈັດຕັ້ງ, ປະຊາຊົນບັນດາເຜົ່າໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວເຂົ້າໃນແນວໂຮມກູ້ຊາດອັນກວ້າງຂວາງ ເພື່ອຕໍ່ສູ້ພວກສັດຕູຮຸກຮານ ແລະ ລູກແຫ່ງຕີນມືໃຫ້ໜົດໄປ. ກໍ່ສ້າງປະເທດລາວສັນຕິພາບ ເປັນກາງ ເອກະລາດ ປະຊາທິປະໄຕ ແລະ ວັດທະນະຖາວອນ, ສືບຕໍ່ນຳພາການປະຕິວັດກ້າວຂຶ້ນ.

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແນວລາວຮັກຊາດສືບຕໍ່ເສີມຂະຫຍາຍມູນເຊື້ອ ເພື່ອໃຫ້ສອດຄ່ອງກັບຍຸດທະສາດຂອງພັກ, ຕໍ່ການຟືນຟູປະເທດຊາດ ແລະ ກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ່ IV ຂອງແນວລາວຮັກຊາດໃນປີ 1979 ຈຶ່ງໄດ້ປ່ຽນຊື່ແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ເຖິງປັດຈຸບັນ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຖືເອົາການສຶກສາອົບຮົມ, ນຳພາວຽກງານການເມືອງ-ແນວຄິດ, ສ້າງສະຕິຊາດ, ຮັກບ້ານເກີດເມືອງນອນ, ສ້າງໃຫ້ປະຊາຊົນບັນດາເຜົ່າເປັນເຈົ້າຂອງປະເທດຊາດ, ຄວາມຕື່ນຕົວການເມືອງ, ການດຳລົງຊີວິດ, ສ້າງຄວາມສາມັກຄີກັນເປັນປຶກແຜ່ນ.

ຕະຫຼອດໄລຍະ 45 ປີຜ່ານມາ ແນວລາວສ້າງຊາດແຂວງອຸດົມໄຊ ແມ່ນໜຶ່ງໃນການເຄື່ອນໄຫວ, ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ, ໂດຍຖືເອົາການຊຸກຍູ້ ແລະ ເຂົ້າຮ່ວມທຸກການຈັດຕັ້ງພັກ, ອົງການປົກຄອງຂັ້ນຕ່າງໆຂອງລັດ, ການຈັດຕັ້ງສັງຄົມ, ຊຸກຍູ້ ແລະ ເຂົ້າຮ່ວມຂະບວນການກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສຶກສາອົບຮົມປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ສາສະໜາ ແລະ ເພດ-ໄວ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ, ຕື່ນຕົວເຂົ້າຮ່ວມການແກ້ໄຂຄວາມທຸກຍາກ ໂດຍຕິດພັນການຜະລິດເປັນສິນຄ້າ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເປັນກ້າວໆ, ແນວລາວສ້າງຊາດແຂວງແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວນັບມື້ນັບດີຂຶ້ນ, ເອົາໃຈໃສ່ໃນການປະສານສົມທົບອັງຈັດຕັ້ງພັກ-ລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ຊຸກຍູ້ການຈັ້ດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການພົວພັນຮ່ວມມື ແລະ ປະຕິບັດແນວທາງການທູດປະຊາຊົນ ໂດຍສະເພາະແມ່ນສາມັກຄີກັບແນວໂຮມປະເທດເພື່ອນມິດຍຸດທະສາດ ເພື່ອແລກປ່ຽນບົດຮຽນ, ການຊ່ວຍເຫຼືອ ແລະ ການຮ່ວມອົງການຈັດຕັ້ງສາກົນ.

ພິທີ ຍັງໄດ້ມອບໃບຍ້ອງຍໍຂອງປະທານແນວລາວສ້າງຊາດແຂວງ, ປະທານສູນກາງແນວລາວສ້າງຊາດ ແລະ ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ແກ່ ການຈັດຕັ້ງ, ກົມກອງ, ການນຳແຂວງ, ອາດີດການນຳແນວລາວສ້າງຊາດ, ກຳມະການແນວລາວສ້າງຊາດແຂວງ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງງານແນວລາວສ້າງຊາດໃນໄລຍະຜ່ານມາຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ທິດສີໄດ້ຮັບການປ່ອຍຕົວແລ້ວພາຍຫຼັງຖືກກັກຕົວເດືອນກວ່າ
Next Post: ຂໍ້ຕົກລົງ ວ່າດ້ວຍ ການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ

Related Posts

ແຂວງວຽງຈັນ ອະໄພຍະໂທດປ່ອຍຕົວນັກໂທດ ຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຳນວນ 61 ຄົນ. ຂ່າວສານບ້ານເມືອງ
ລົດຂົນຖ່ານຫີນ ປີ້ນທີ່ ເມືອງຕະໂອ້ຍ ເສຍຊິວິດ 1 ສາຫັດ 1 ຂ່າວສານບ້ານເມືອງ
ຊົມເຊີຍ! ປະຊາຊົນລາຍງານເຈົ້າໜ້າທີ່ ມີຄົນກຳລັງຂີ່ ມ ້າ ເລີຍເຂົ້າຮວບຕົວໄດ້ສໍາເລັດ ຂ່າວສານບ້ານເມືອງ
ທ່ານບຸນຍັງວໍລະຈິດປະທານປະເທດແຫ່ງ ສປປ ລາວ ໄປໃສ່ສິດເລືອກຕັ້ງ ຢູ່ບ້ານຫນອງບອນ ຂ່າວສານບ້ານເມືອງ
ໂຮງຮຽນສອນຂັບລົດ 404 ເປີດຊຸດອົບຮົມນັກຂັບຂີ່ຊຸດທີ 39 ຂ່າວສານບ້ານເມືອງ
ຂ່າວດ່ວນ! ວັນເສົານີ້ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ +28 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme