Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນນ້ອຍ 419 ປະກາດເລື່ອນຊັ້ນນາຍສິບ

Posted on 30/09/202030/09/2020 By News No Comments on ກອງພັນນ້ອຍ 419 ປະກາດເລື່ອນຊັ້ນນາຍສິບ

ໃນວັນທີ 28 ກັນຍາ 2020 ນີ້ ກອງພັນນ້ອຍ 419 ທີ່ຂື້ນກັບກອງບັນ ຊາການທະຫານແຂວງບໍ່ແກ້ວ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍສິບພາຍໃນກົມກອງຂອງຕົນໂດຍການເປັນປະທານຂອງ ສະຫາຍ ພັນໂທ ວຽງແກ້ວ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 419 ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດຜູ້ທີ່ໄດ້ການ ເລື່ອນຊັ້ນເຂົ້າຮ່ວມທັງຫມົດ 79 ສະຫາຍ ຍິງ 5 ສະຫາຍ.

ສະຫາຍ ຮ.ອ ບົວສີ ສຸລິວົງ ຮອງການທະຫານກອງພັນ419 ຂື້ນຜ່ານຂໍ້ຕົກລົງເລື່ອນ ຊັ້ນນາຍສິບ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນທະຫານ ປະຈໍາ 6 ເດືອນຕົ້ນປີ 2020, ອີງຕາມຂໍ້ກໍານົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍລະບຽບການນາຍ ແລະ ພົນທະຫານຂອງກອງທັບ ປະຊາຊົນລາວ (ສະບັບປັບປຸງ), ອີງຕາມທິດທາງປັບປຸງກໍ່ສ້າງ ກໍາລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງກ້າວເປັນກອງທັບປະຕິວັດໃຫ້ມີລະບຽບແບບແຜນທັນສະໄໝຕາມຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ. ໃນນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງ ເລື່ອນຊັ້ນ ສິບໂທ ຂື້ນສິບເອກ ຈຳນວນ 04 ສະຫາຍ.

ພິທີ ປະທານໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນງານແຕ່ລະສະຫາຍຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນຜົນງານທີ່ມີກຽດສະຫງ່າທີ່ສູງ ໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນສ້າງຜົນງານພາຍໃນກົມກອງໃຫ້ເຕີບໃຫຍ່ກວ່າເກົ່າ, ເພີ່ມທະວີສ້າງຄວາມ ສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຊອກຮູ້ອັນໃໝ່, ເພີ່ມພູມຜະລິດຜົນ, ເຮັດສໍາເລັດທຸກໜ້າທີ່ ທີ່ການຈັດຕັ້ງທຸກຂັ້ນມອບໝາຍໃຫ້.

ໂດຍ:ສົມສັກ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟໄໝ້ລົດເກືອບລະເບີດປະຊາຊົນຊ່ວຍກັນຕັກນໍ້າມາມອດ
Next Post: ໂຄວິດ-19 ຂ້າຊີວິດ 1 ລ້ານກວ່າຄົນແລ້ວ ຂະນະທີ່ມີຜູ່ຕິດເຊື້ອ 33.8 ລ້ານກວ່າຄົນ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 241ຄົນ ຂ່າວສານບ້ານເມືອງ
ການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ພັນລະຍາ ແລະ ລູກ-ຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ຂ່າວສານບ້ານເມືອງ
ທ່ອງທ່ຽວຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຂ່າວສານບ້ານເມືອງ
ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງ ໄວຣັດໂຄໂຣນາ ສາຍພັນໃໝ່ ຂ່າວສານບ້ານເມືອງ
ຂ່າວດ່ວນລົດຂົນໝູປີ້ນທີ່ທາງພູເກົ້າຫຼັກຄົນແລະໝູເສຍຊີວິດ ຂ່າວສານບ້ານເມືອງ
ກຸ່ມສ່ຽງເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ຮັບການສັກວັກຊີນປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ໄລຍະທີ I ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme