Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ທຸກໆອຸໂມງຕາມເສັ້ນທາງໂຄງການລົດໄຟລາວ-ຈີນໄດ້ຊີເຈາະທະລຸສໍາເລັດຢ່າງຈົບງາມ

Posted on 29/09/202029/09/2020 By News No Comments on ຊົມເຊີຍ! ທຸກໆອຸໂມງຕາມເສັ້ນທາງໂຄງການລົດໄຟລາວ-ຈີນໄດ້ຊີເຈາະທະລຸສໍາເລັດຢ່າງຈົບງາມ

ອີງຕາມຂໍ້ມູນຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ ໃນເວລາປະມານ 10 ໂມງຂອງວັນທີ 29 ກັນຍາ 2020, ສຽງລະເບີດຂອງການເຈາະອຸໂມງ ດັງກ້ອງສະໜັ່ນໄປທົ່ວບໍລິເວນ ນັ້ນແມ່ນໂຄງການຈຸດສຸມຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການເຈາະທະລຸອຸໂມງຂຽງເງິນເລກ 3 ທີ່ແຂວງຫລວງພະບາງ.

ຮອດປັດຈຸບັນ ທຸກໆອຸໂມງ 75 ແຫ່ງຕະຫຼອດແລວທາງລົດໄຟລາວ-ຈີນ ໄດ້ສຳເລັດການຊີເຈາະທະລຸຢ່າງປອດໄພ ເຊິ່ງການຊີເຈາະອຸໂມງຕາມແລວທາງນີ້ເປັນປັດໄຈສຳຄັນຫຼາຍ ຕໍ່ໂຄງການລົດໄຟລາວ-ຈີນ ໃນທີ່ສຸດມາຮອດປັດຈຸບັນແມ່ນໄດ້ສຳເລັດການຊີເຈາະທະລຸທົ່ວທຸກອຸໂມງຢ່າງສົມບູນ ເຊິ່ງເປັນຂີດໝາຍທີ່ບົ່ງບອກໃຫ້ຮູ້ວ່າ ໂຄງການລົດໄຟລາວ-ຈີນ ໄດ້ສຳເລັດວຽກງານວິສະວະກຳໂຍທາອັນຍິ່ງໃຫຍ່ ແລະຈະກ້າວເຂົ້າສູ່ການສຸມໃສ່ວຽກງານຕິດຕັ້ງລາງຢ່າງຕັ້ງໜ້າ ແລະຈະຫັນຈາກວຽກງານກໍ່ສ້າງມາເປັນວຽກງານຄຸ້ມຄອງການດຳເນີນການ.

ໂຄງການລົດໄຟລາວ-ຈີນ ເລີ່ມແຕ່ບໍ່ເຕນ ແຂວງຫຼວງນໍ້າທາ ເຊິ່ງເປັນຊາຍແດນລາວ-ຈີນ ໃນພາກເໜືອຂອງ ສປປ ລາວ, ມຸ່ງໜ້າລົງມາທາງໃຕ້ ກໍ່ຄືນະຄອນຫລວງວຽງຈັນ, ຄວາມຍາວຂອງເສັ້ນທັງໝົດແມ່ນ 422.4 ກີໂລແມັດ, ສ່ວນໃຫຍ່ເສັ້ນທາງຈະຕັ້ງຢູ່ເຂດຮອຍຕໍ່ຂອງພື້ນໃຕ້ດິນ, ພູເຂົາສູງຊັນ, ສາຍນໍ້າໄຫຼແຮງ, ສະພາບທໍລະນີສາດສັບບຊ້ອນ, ມີການເຄື່ອນໄຫວຢູ່ໃຕ້ດິນຢ່າງຮຸນແຮງ, ຊັ້ນຫີນສັບຊ້ອນ, ມີນໍ້າອອກບໍ່, ໂພງດິນ, ໂພງຫີນ ຢູ່ຫລາຍຈຸດ. ນອກນັ້ນ, ເສັ້ນທາງລົດໄຟລາວ-ຈີນ ຍັງຜ່ານແມ່ນໍ້າຂອງສອງຈຸດ ແລະ ຜ່ານເຂດທີ່ບໍ່ມີປະຊາຊົນອາໄສຢູ່ສອງຈຸດ ເປັນໄລຍະທາງຫຼາຍກວ່າ 60 ກີໂລແມັດ.

ໂຄງການທາງລົດໄຟລາວ-ຈີນ ໄດ້ເລີ່ມການກໍ່ສ້າງໃນເດືອນທັນວາ ປີ 2016, ບັນດາວິສາຫະກິດ ແລະຜູ້ກໍ່ສ້າງທີ່ເຂົ້າຮ່ວມການກໍ່ສ້າງໂຄງການ ທັງຈາກ ສປປ ລາວ ແລະ ສປ ຈີນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນການຈັດສັນຊັບພະຍາກອນ, ວຽກງານຍົກຍ້າຍ ແລະເວນຄືນ, ການນຳເຂົ້າວັດສະດຸອຸປະກອນ ແລະເຄື່ອງຈັກ ແລະບວກໃສ່ໄລຍະທີ່ມີການແຜ່ລະບາດຂອງໂຄວິດ-19 ຂອງປີນີ້ ແຕ່ຍັງເຮັດໃຫ້ວຽກງານການກໍ່ສ້າງຍັງມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ເພື່ອແກ້ໄຂບັນຫາຄວາມຂາດແຄນແຮງງານ, ວັດສະດຸ, ແລະການຄຸ້ມຄອງຄຸນນະພາບ ແລະຄວາມປອດໄພ ຈຶ່ງໄດ້ມີການເຮັດວຽກທີ່ໜັກຂຶ້ນ ທັງປະສານສົມທົບ ແລະສຸມໃສ່ການຈັດສັນຊັບພາຍາກອນເຂົ້າໃນບັນດາໂຄງການຈຸດສຸມກໍ່ຄື ອຸໂມງ ແລະເສົາຂົວ ທີ່ຈະມີຜົນກະທົບຕໍ່ແຜນການວາງຂາງຂົວ ແລະລາງ ໂດຍອີງຕາມລໍາດັບຄວາມສຳຄັນຂອງແຕ່ລະໜ້າວຽກ.

ປະຈຸບັນ ວຽກງານໂຄງການທາງລົດໄຟລາວ-ຈີນ ມີຄື ການກໍ່ສ້າງອຸໂມງແມ່ນສຳເລັດແລ້ວ, ການວາງລາງສຳເລັດ 32% ກວມເອົາ 148 ກິໂລແມັດ, ອາຄານສະຖານີນາເຕີຍໄດ້ສຳເລັດການເທຫລັງຄາ, ສະຖານີໂພນໂຮງ ແລະ ສະຖານີກາສີ ແມ່ນໃກ້ຈະໄດ້ເທຫລັງຄາ. ຫລັງຈາກຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ແລະໃນຈີນ ຜ່ອນຄາຍລົງ ຍິ່ງເຮັດໃຫ້ການກໍ່ສ້າງແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະຍັງໄດ້ຮັບຂ່າວດີຢ່າງເປັນປະຈຳ.

ໂຄງການລົດໄຟລາວຈີນເປັນໂຄງການຍຸດທະສາດຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເປັນຍຸດທະສາດ ຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ”. ໂຄງການລົດໄຟລາວຈີນ ກໍ່ສ້າງຕາມມາດຕະຖານການຄຸ້ມຄອງ ແລະເຕັກນິກ ຂອງ ສປ ຈີນ, ດ້ວຍການອອກແບບຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ລົດໄຟໂດຍສານ ແລະລົດໄຟຂົນສົ່ງສິນຄ້າແລ່ນດ້ວຍໄຟຟ້າ ຄາດວ່າຈະສຳເລັດການກໍ່ສ້າງ ແລະເປີດໃຫ້ບໍລິການໃນເດືອນ ທັນວາ ປີ 2021.

ຂ່າວ: ສອນປະເສີດ

ພາບ: ບໍລິສັດທາງລົດໄຟ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10
Next Post: ເຕືອນໄພ! ການສັນຈອນ ເສັ້ນທາງຈາກເມືອງຫີນເຫີບ ຫາ ເມືອງເຟືອງ

Related Posts

ກະຊວງໂຍທາແຈ້ງການ ກຳນົດລາຄາປີ້ລົດໂດຍສານ ສາຍເໜືອ-ສາຍໃຕ້ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ 2 ສົບ ຢູ່ເຂດເສັ້ນທາງ 450 ປີ ຂ່າວສານບ້ານເມືອງ
ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມວຽກງານຮີບດ່ວນ ຂ່າວສານບ້ານເມືອງ
ລູກໆຫຼານໆກຽມນໍາໃຊ້ປຶ້ມແບບຮຽນສະບັບປັບປຸງໃໝ່ ຊັ້ນ ປໍ 2 ພ້ອມຈະແຈກຢາຍ ຂ່າວສານບ້ານເມືອງ
ເສຍຊີວິດຄາທີ່ທາງບ້ານນາໄຮ່ເມືອງຫາດຊາຍຟອງ ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ
ຖວທ ສະເໜີລັດຖະບານ ເປີດການທ່ອງທ່ຽວເຕັມຮູບແບບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme