Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2020

Posted on 29/09/202029/09/2020 By News No Comments on ຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2020

ນະຄອນຫຼວງວຽງຈັນ: ອຳນາດການປົກຄອງເມືອງຈັນທະບູລີ,ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ນີ້

ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານ ໃນງານດັ່ງກ່າວ.ສຳລັບ 14 ຂໍ້ຫ້າມ ປະກອບມີ:

  • ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ;
  • ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ;
  • ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ;
  • ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ; ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້;
  • ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ ວັດທະນະທຳລາມົກ ໂດຍສະເພາະແຜ່ນຊີດີ, ດີວີດີ ລາມົກ ແລະ ຮູບພາບລາມົກຕ່າງໆມາວາງຂາຍເດັດຂາດ;
  • ພ້ອມນັ້ນ ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ; ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກຳມະການຈັດງານຕະຫຼາດນັດເດັດຂາດ;
  • ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າລະເມີດຈະຖືກເຈົ້າໜ້າທີ່ກ່າວຕັກເຕືອນ ຫຼື ນໍາໄປພັກຜ່ອນໄວ້ກ່ອນ;
  • ຫ້າມບຸກຄົນ ນິຕິບຸກຄົນ ສຳນັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ;
  • ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ເດັດຂາດ; ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈັ້ຍໂຄສະນາສິນຄ້າຕ່າງໆ;
  • ຫ້າມບໍ່ໃຫ້ຜູ້ສໍາປະທານສະຖານທີ່ງານບູນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນ ຈັບຈອງຕໍ່ເດັດຂາດ ແລະ
  • ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

ສຳລັບກິດຈະກຳການແຂ່ງຂັນກີລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນເຂດ ອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ
Next Post: ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10

Related Posts

ປີ 2019 ດ່ານພາສີສາກົນພູດູ່ເກັບລາຍຮັບໄດ້ 96,95 ຕື້ກວ່າກີບ ຂ່າວສານບ້ານເມືອງ
ອັດຕະປືນໍ້າຖ້ວມລະດັບນໍ້າກຳລັງເພີ່ມສູງ ຂ່າວສານບ້ານເມືອງ
ປກສ ເມືອງໄຊທານີ ຈັບຜູ້ລັກຕັດສາຍໄຟຟ້າ 2 ຄົນ ກໍ່ເຫດມາຫຼາຍຄັ້ງແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1425ຄົນ ຂ່າວສານບ້ານເມືອງ
ຫວຽດນາມ ມອບເງິນສົດ 500.000 ໂດລາ ແລະ ສົ່ງທີມແພດມາຊ່ວຍ ສປປ ລາວ ຕ້ານການລະບາດພະຍາດໂຄວິດ ຂ່າວສານບ້ານເມືອງ
ຢ່າສວຍໂອກາດຊື້ກັກຕຸນໄວ້ຂາຍເປັນແກ້ວດ້ວຍລາຄາສູງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme