Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນເຂດ ອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ

Posted on 29/09/202029/09/2020 By News No Comments on ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນເຂດ ອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ

ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງສະຫວັນະເຂດ ວ່າດ້ວຍການແຕ່ງຕັ້ງຄະນະຮັບພິຊອບແລະວິຊາການຂຶ້ນຫ້ອງສິດສອນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັກຮຽນນັກສຶກສາ,ສາມັນ,ວິທະຍາໄລ,ມະຫາວະທະຍາໄລທັງພາກລັດແລະເອກະຊົນທົ່ວແຂວງສະຫວັນນະເຂດ

ມາໃນວັນທີ 24 ກັນຍາ 2020 ນີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນເຂດ ໄດ້ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພຂັ້ນພື້ນຖານ ໃຫ້ນັກຮຽນນັກສຶກສາວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ໂດຍມີ ທ່ານ ພຕ ເຂືອງຄຳ ພົມມະລາດ ຮອງພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ພ້ອມດ້ວຍຄະນະ, ມີທ່ານ ສີສຸວັນສີສຸລາດຄະນະອຳນວຍການ ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ຝ່າຍກິດຈະກຳນັກສຶກສາ ພ້ອມດ້ວຍຄູອາຈານ, ນັກສຶກສາຈຳນວນ 603 ຄົນ ຍິງ 269 ຄົນ ເຂົ້າຮ່ວມ.

ໃນພິທີ ທາງດ້ານໜ່ວຍງານວິຊາສະເພາະ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ສາທິດຕົວຈິງໃນການສະກັດກັ້ນ ແລະຕ້ານອັກຄີໄພໂດຍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມເຮັດທົດລອງນຳໃຊ້ອຸປະກອນບັ້ງມອດໄຟ ໂດຍສີດໃສ່ຈຸດເກີດເຫດໄຟໄໝ້ໄລຍະປະມານ 3-4ແມັດ, ພ້ອມນັ້ນຍັງໄດ້ແນະນຳວິທີໃຊ້ອຸປະກອນມອດໄຟ ເຊັ່ນ:ການໂຍນສາຍສິດນ້ຳ ,ການສີດນ້ຳຈາກລົດມອດໄພ, ການນຳໃຊ້ຜົງເຄມີແຫ້ງ,ການນຳໃຊ້ເຄມີໂຟມ,ທາດອາຍບໍ່ຕິດໄຟ ,ການກວດກາບັ້ງມອດໄຟໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ

ການຝຶກອົບຮົມວຽກງານສະກັດກັ້ນແລະຕ້ານອັກຄີໄພໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ນັກຮຽນນັກສຶກສາ ໄດ້ມີຄວາມຮູ້ພື້ນຖານໃນການປ້ອງກັນ ສະກັດກັ້ນອັກຄີໄພ, ມີຄວາມຮັບຜິດຊອບເປັນເຈົ້າການເມື່ອມີໄຟໄໝ້ເກີດຂື້ນສາມາດແກ້ໄຂໄດ້ຢ່າງທັນການ ປ້ອງກັນຜົນເສຍຫາຍທີ່ເກີດຈາກອັກຄີໄພໃຫ້ຫຼຸດນ້ອຍທີ່ສຸດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນລົດຂົນໝູປີ້ນທີ່ທາງພູເກົ້າຫຼັກຄົນແລະໝູເສຍຊີວິດ
Next Post: ຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2020

Related Posts

ເກີດເຫດ! ລົດຂົນເບຍເສຍຫຼັກປີ້ນ ທີ່ ເຂດບ້ານນໍ້າທອງ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວວຽກຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ
ແຂວງວຽງຈັນສືບຕໍ່ເພີ່ມທະວີມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ສປ ຈີນມູນຄ່າ 2 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຊຸກຍູ້ຕິດຕາມກວດກາ ຈຸດປ້ອງກັນລຽບຕາມຊາຍແດນລາວ-ໄທ ຂ່າວສານບ້ານເມືອງ
ແຈ້ງການ! ປັບຂຶ້ນລາຄານ້ຳມັນເຊື້ອໄຟທົ່ວປະເທດລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme