ອຸບັດຕິເຫດ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນເຊົ້າວັນທີ່ 29 ກັນຍາ 2020 ເກີດອຸບັດຕິເຫດຮ້າຍແຮງ ລົດຈົນໝູປີ້ນທີ່ເສັ້ນທາງພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ.

ອຸບັດຕິເຫດດັ່ງກ່າວຂໍ້ມູນເບື້ອງຕົ້ນລາຍງານວ່າ ມີຜູ່ເສຍຊີວິດຕິດຄາໃນລົດ 2 ຄົນ ຊາຍທັງສອງ. ແລະ ໝູທີ່ຂົນມາຕາຍຈໍານວນຫຼາຍ.

ຂໍ້ມູນຈາກ ອົງການກາແດງລາວ ຫຼວງພະບາງ ໃຫ້ຮູ້ອີກວ່າ” ໃນຕອນເຊົ້າວັນທີ 29 ກັນຍາ 2020 ເວລາ 04:26 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີລົດບັນທຸກຫມູຕຳຫນ້າຜາແຄມທາງ ຢູ່ເສັ້ນທາງພູຜາເຈ້ຍ ບ້ານນາເມືອງ ເມືອງນານ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບເຫດພົບຄົນເສຍຊີວິດຄາທີ່ ເພດຊາຍ02ຄົນ

ຜູ່ທີ່ 1 ຊື່ທ້າວ ສອນເພັດ ກັນຍາເດດ ອາຍຸ 40 ປີ ສັນຊາດລາວ ບ້ານຢູ່ປັດຈຸບັນ ບ້ານໂພນໄຊ ເມືອງໂພນໄຊ ແຂວງຫຼວງພະບາງ
ຜູ່ທີ່ 2 ທ້າວສິດ ອາຍຸ 34 ປີ ສັນຊາດລາວ ບ້ານຢູ່ປັດຈຸບັນ ບ້ານດ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງກັບບ້ານຂອງຜູ້ເສຍຊີວິດທັງສອງ.
ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້

.

.

.

.
