Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນະຄອນໄກສອນ ພົມວິຫານ ກຽມງານບຸນອອກພັນສາ – ຊ່ວງເຮືອ ເປີດການຄົບງັນຢ່າງເປັນທາງການແລ້ວ

Posted on 29/09/202029/09/2020 By News No Comments on ນະຄອນໄກສອນ ພົມວິຫານ ກຽມງານບຸນອອກພັນສາ – ຊ່ວງເຮືອ ເປີດການຄົບງັນຢ່າງເປັນທາງການແລ້ວ

ຕາມການໃຫ້ສຳພາດຂອງທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນສາ – ຊ່ວງເຮືອ ປະຈຳປີ 2020 ທີ່ນະຄອນໄກສອນ ພົມວິຫານ ແມ່ນໄດ້ເລີ່ມເປີດໃຫ້ມີການຄົບງັນຢ່າງເປັນທາງການ ນັບແຕ່ວັນທີ 28 ກັນຍາ ຫາ ວັນທີ 3 ຕຸລາ 2020 ການຈັດງານປີນີ້ແມ່ນຈະໄດ້ມີການແຂ່ງຂັນເຮືອຊ່ວງປະເພດເຮືອກິລາ 9-12 ສີພາຍ ເພື່ອເປັນການອະນຸລັກຮີດຄອງປະເພນີ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການກະຕຸ້ນເສດຖະກິດພາຍໃນແຂວງ,ໃນໄລຍະເຝົ້າລະວັງການລະບາດຂອງພະຍາດໂຄວິດ 19 ສຳລັບສະຖານທີ່ຈັດງານແມ່ນໄດ້ກຳນົດເອົາຖະໜົນທ່າແຮ່ແຄມຂອງ ແຕ່ຂອບເຂດດ້ານຫຼັງໂຮງໝໍແຂວງໄປຮອດສວນສາທາລະນະໜູຮັກ ພູມສະຫວັນ ( ກວມເອົາເຂດການກໍ່ສ້າງກັນຕະຝັ່ງເຈື່ອນແຄມຂອງ ) ລົງຕາມຖະໜົນກຸວໍລະວົງ,ຕັດໃສ່ຖະໜົນຄັນທະບູລີ ( ເສັ້ນລ່ອງ ) ໄປຈົນຮອດແຍກພະແນກສາທາລະນະສຸກແຂວງ ແລ້ວອອກໃສ່ຖະໜົນທ່າແຮ່ແຄມຂອງ.

ສ່ວນກິດຈະກຳພາຍໃນງານແມ່ນປະກອບມີ: ພິທີທາງສາສະໜາຕາມຮີດຄອງປະເພນີ,ໄຫຼກະໂທງ,ໄຫຼເຮືອໄຟ,ຊ່ວງເຮືອປະເພນີ,ແຂ່ງຂັນເຮືອປະເພດ 9-12 ສີພາຍ,ຕະຫຼາດນັດວາງສະແດງສິນຄ້າປະເພດຕ່າງໆ ພາຍໃນປະເທດ ແລະ ພິເສດໃນຄັ້ງວັນທີ 2 ຕຸລາ ຈະມີການແຂ່ງຂັນແຈັດສະກີ ເຊິ່ງເປັນກິລາອີກປະເພດໜຶ່ງທີ່ບໍ່ເຄີຍຈັດມາກ່ອນໃນງານບຸນປະເພນີອອກພັນສາໃນແຕ່ລະປີ ຫຼື ເອີ້ນວ່າເປັນປີທຳອິດເລີຍກະວ່າໄດ້.

ສຳລັບການຄົບງັນແມ່ນຈະບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ ລວມທັງການຕັ້ງຮ້ານຄາຣາໂອເກະ ແລະ ວົງເອເລັກໂທນ,ອະນຸຍາດໃຫ້ໃຊ້ແຕ່ເຄື່ອງສຽງຂະໜາດນ້ອຍໃນການໂຄສະນາສິນຄ້າ, ແລະ ປະກອບໃນວົງຊິງຊ້າ,ມ້າໝົນ,ສະໄລເດີ້ເທົ່ານັ້ນ. ທັງນີ້ກໍ່ເພື່ອເປັນການສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ 19

ຂ່າວ: ອັກສອນສິນ ພົມມະຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ລາຍງານ! ເຫດການໄຟໄໝ້ ເຂດໂຮງແຮມດອນຈັນພາເລດ (ຊົມຄຣິບຍ້ອນຫຼັງ)
Next Post: ຂ່າວດ່ວນລົດຂົນໝູປີ້ນທີ່ທາງພູເກົ້າຫຼັກຄົນແລະໝູເສຍຊີວິດ

Related Posts

ຄັກແທ້! ຈັບ​ຕັກ​ກະ​ແຕນ​ທີ່​ທຳ​ລາຍ​ພືດ​ຂາຍ ສ້າງ​ລາຍ​ຮັບ​ໃໝ່ ຂ່າວສານບ້ານເມືອງ
ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ ຂ່າວສານບ້ານເມືອງ
ສະຫຼົດ! ຫົວລົດໜີບໂຊເຟີ ເສຍຊີວິດ ທີ່ເມືອງຂວາ (ມີຄລິບ) ຂ່າວສານບ້ານເມືອງ
ສານອຸດົມໄຊ ຕັດສິນລົງໂທດ ຈໍາເລີຍຄະດີຢາເສບຕິດ 7 ຄົນ ຂ່າວສານບ້ານເມືອງ
ປະກາດຊອກຫາອ້າຍ ໜູທອງ ບ້ານບຸ່ງແກ້ວ ຂາດການຕິດຕໍ່ແຕ່ປີ 1997 ຂ່າວສານບ້ານເມືອງ
ເຈົ້າຂອງລົດຫຼົບໜີ ກວດພົບຢາບ້າເຕັມທ້າຍກະບະ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme