Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຕັ້ງໜ້າຂ່າວອອນລາຍເຂົ້າມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ

Posted on 28/09/202029/09/2020 By All in LAOS No Comments on ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຕັ້ງໜ້າຂ່າວອອນລາຍເຂົ້າມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ

ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຕັ້ງໜ້າຂ່າວອອນລາຍເຂົ້າມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ ຂປລ. ຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງມາຍັງບັນດາທ່ານ ຜູ້ອຳນວຍການ, ຫົວໜ້າບັນນາທິການ ແລະ ເຈົ້າຂອງໜ້າຂ່າວ (Admin) ສື່ສັງຄົມອອນລາຍ ຂອງບຸກ ຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນ ສປປ ລາວ ຊາບວ່າ:

ເພື່ອເຮັດໃຫ້ວຽກງານການ ໂຄສະນາຜ່ານສື່ສັງຄົມອອນລາຍ ກໍຄື ການສ້າງຕັ້ງໜ້າຂ່າວ ເຟສບຸກ (Face book), ຢູທູບ (Youtube) ແລະ ເວັບໄຊ (Website) ທີ່ເຮັດໜ້າທີ່ບໍລິການຂ່າວ ແລະ ສະ ໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນຈິງ, ໜ້າເຊື່ອຖື ແລະ ເປັນປະໂຫຍດຕໍ່ການ ພັດທະນາເສດຖະກິດ-ສັງຄົມ.

ໃນໄລຍະຜ່ານມາ ພາຍຫລັງໄດ້ອອກແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ (Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ ເຊິ່ງບັນດາຜູ້ອຳນວຍການ, ຄະນະບັນນາທິການ ແລະ ເຈົ້າຂອງໜ້າຂ່າວອອນລາຍຈຳນວນໜຶ່ງ ໄດ້ມີຄວາມຕື່ນຕົວ ແລະ ໄດ້ລົງທະບຽນນຳກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລ້ວ. ແຕ່ຍັງມີໜ້າຂ່າວອອນລາຍ ຈຳນວນຫລວງຫລາຍ ບໍ່ທັນມາລົງທະບຽນ.

ສະນັ້ນ, ຖືວ່າໜ້າຂ່າວດັ່ງກ່າວ ບໍ່ໄດ້ຮັບອະນຸຍາດ ຖືກຕ້ອງຕາມກົດໝາຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 04 ພະຈິກ 2016 ແລະ ລະເມີດລະບຽບການທີ່ກ່ຽວຂ້ອງ.

ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ເພື່ອປົກປ້ອງຜູ້ໃຫ້ບໍລິການ ແລະ ຜູ້ບໍລິໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມອອນລາຍ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ສ້າງໜ້າຂ່າວອອນລາຍແລ້ວ ແລະ ກຳລັງຈະສ້າງ ເພື່ອບໍລິການຂ່າວ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ຕ້ອງໄດ້ລົງທະບຽນນຳພາກສ່ວນຄຸ້ມຄອງ ສື່ມວນຊົນ ຄືກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ຫ້າມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ເຄື່ອນໄຫວໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ອອນລາຍ ໂດຍທີ່ຍັງບໍ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງຕາມກົດໝາຍສື່ມວນຊົນ;

ຖ້າບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ຍັງສືບຕໍ່ເຄື່ອນໄຫວ ໂຄສະນາ ແລະ ສະໜອງຂໍ້ມູນຂ່າວສານຜ່ານສື່ອອນລາຍໃຫ້ແກ່ສັງຄົມ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ດຳເນີນມາດຕະການຕາມລະບຽບກົດໝາຍຂອງ ສປປ ລາວ.

ສຳລັບການລົງທະບຽນ ສາມາດດາວໂລດແບບຟອມລົງທະບຽນ ນຳເວັບໄຊ WWW.medialaos.com ຫລື ເອົາຢູ່ກົມສື່ມວນຊົນ ແລະ ສາມາດສົ່ງຟອມລົງທະບຽນ ເຂົ້າທາງອີເມວ: info@medialaos.comແຈ້ງການສະບັບນີ້ ປ່ຽນແທນແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ ( Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ທໍາລາຍລູກບົ່ມທີ່ຍັງບໍ່ແຕກຈຳນວນໜຶ່ງ ຢູ່ກອງບັນຊາການທະຫານເມືອງຜາອຸດົມ
Next Post: ຕິດຕາມສະພາບອາກາດ! ອຸຕຸແຈ້ງ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ໄລຍະວັນທີ 28 ກັນຍາ ຫາ 4 ຕຸລານີ້

Related Posts

ເກີດເຫດລົດໃຫຍ່ເສຍຫຼັກປີ້ນຢູ່ເຂດບ້ານໂພສີແກ້ວ ຂ່າວສານບ້ານເມືອງ
ອຸບັດເຫດ! ລົກຈັກປະທະໃຫຍ່ ເ ສ ຍ ຊີ ວິ ດ ຄ າ ທີ່ເປັນນັກສຶກສາ ຂ່າວສານບ້ານເມືອງ
ບຸນຂອງໝານ້ອຍ ໄດ້ເຮືອນສຸດງົດງາມ ແບບທໍາມະຊາດ (ຊົມຄລິບ) ຂ່າວສານບ້ານເມືອງ
ຊົມເຊີຍ ປກສ ບໍລິຄໍາໄຊ! ສາມາດ ຈັບຜູ່ລັກລອບຄ້າຂາຍຄັນຊາແຫ້ງ ພ້ອມຂອງກາງ 6 ເປົາໜັກ 206 ກິໂລກະລາມ ຂ່າວສານບ້ານເມືອງ
ສອງພໍ່ລູກຮ່ວມຫົວກັນລັກຄໍາ 11 ບາດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຊົມເຊີຍ! ແພດໝໍ ທີມ 2 ໂຮງໝໍແຂວງຫຼວງພະບາງ ປະຕິບັດໜ້າທີມຄົບ 7 ວັນ, ກັກຕົນເອງຕໍ່ອີກ 14 ວັນ ກ່ອນພົບຄອບຄົວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme