Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນ ບ້ານດົງດອກໄມ້ ສາມັກຄີກັນສ້າງຂະບວນການສ້ອມແປງເສັ້ນທາງຂອງບ້ານ

Posted on 28/09/202028/09/2020 By News No Comments on ປະຊາຊົນ ບ້ານດົງດອກໄມ້ ສາມັກຄີກັນສ້າງຂະບວນການສ້ອມແປງເສັ້ນທາງຂອງບ້ານ

ທ້າຍອາທິດຜ່ານມານີ້, ປະຊາຊົນ ບ້ານດົງດອກໄມ້ ທີ່ຂື້ນກັບກຸ່ມບ້ານທີ 8 ຂອງເມືອງໄຊພູທອງ ແຂວງສະຫວັນນດເຂດ ໄດ້ສາມັກຄີກັນອອກແຮງງານລວມປົວແປງເສັ້ນທາງທີ່ເປັນຂຸມເປັນບໍ່ ພາຍໃນບ້ານຂື້ນຢ່າງເປັນຂະບວນການຟົດຟື້ນ,ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ທີ່ຈະໄດ້ໄຂຂື້ນໃນມໍ່ໆນີ້ໃຫ້ມີຜົນສໍາເລັດຢ່າງຈົບງາມ ເຊິ່ງການນໍາພາຂະບວນການອອກແຮງງານ ຂອງ ຍາທ່ານ ບຸນນໍາ ພົມມະວົງ ຄະນະ ອພສ ເມືອງ ໄຊພູທອງ ໄດ້ນໍາພາພະສົງສໍາມະ ແລະ ອໍານາດການປົກຄອງຂອງບ້ານ ແລະ ຊາວໝຸ່ມ-ແມ່ຍິງ ພາຍໃນບ້ານເຂົ້າຮ່ວມຈໍານວນ 270 ກວ່າຄົນ.

ສໍາລັບການອອກແຮງງານໃນຄັ້ງນີ້,ໜ້າວຽກຫຼັກແມ່ນໄດ້ສາມັກຄີກັນຂຸດຄອງລະບາຍນໍ້າທັງສອງພາກທາງ ຂົນດີນຖົມໃສ່ບ່ອນທີ່ເປັນຂຸມ ແລະ ຕັດຮອນກິ່ງໄມ້ອອກທັງສອງພາກທາງ, ການອອກແຮງງານປົວແປງເສັ້ນທາງແມ່ນໄດ້ເລີ່ມ ແຕ່ທາງເຂົ້າໂຮງຮຽນ ມ.ສ ດົງດອກໄມ ຫາວັດດວງມາລາ ເຊິ່ງມີໄລຍະທາງ 2.500 ແມັດ . ເຊິ່ງການອອກແຮງງານແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ອີກຢ່າງໜຶ່ງທັງເປັນການສ້າງຄວາມສາມັກຄີພາຍໃນບ້ານອີກດ້ວຍ, ເພື່ອເຮັດໃຫ້ເສັ້ນທາງຂອງບ້ານມີຄວາມສະອາດ,ເປັນລະບຽບຮຽບຮ້ອຍ ແລະ ງາມຕາ ພ້ອມທັງເຮັດໃຫ້ເສັ້ນທາງພາຍໃນບ້ານສັນຈອນໄປມາຊື້-ຂາຍຂອງປະຊາຊົນພາຍໃນບ້ານ ດົງດອກໄມ້ໄດ້ສະດວກສະບາຍຂື້ນກວ່າເກົ່າ

ພາບ-ຂ່າວ ພັນທະມິດ ວົງສຸທິ

ຂ່າວສານບ້ານເມືອງ

Post navigation

Previous Post: ຂົວຫັກແລ້ວ ຂົວຂ້າມນ້ຳເປັດນ້ອຍຫາບ້ານປາກເປັດເມືອງຊຽງຮ່ອນ
Next Post: ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່

Related Posts

ສາງເຄືອງໄຟໄໝ້ເສຍຫາຍໜັກ ທີ່ປາກທ້າງ (ມີຄລິບ) ຂ່າວສານບ້ານເມືອງ
ກອງປ້ອງກັນຊາຍແດນ 433 ສສ ຫວຽດນາມມອບເງິນ ຊ່ວຍເຫຼືອກອງຮ້ອຍ 161 ທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ປ້ຳນ້ຳມັນເຊື້ອໄຟທີ່ເປີດໃຫ້ບໍລິການ ໃນ ນະຄອນຫຼວງວຽງຈັນ ປະຈຳວັນທີ 09 ມີຖຸນາ 2022 ທັງໝົດ 63 ປໍ້າ   ຂ່າວສານບ້ານເມືອງ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ນະ​ຄອນ​ອູ​ຮັ້ນ “ຍົກ​ເລີກ​ການ​ຄວບ​ຄຸມ​​ທາງຄົມ​ມະ​ນາ​ຄົມ” ຢ່າງ​ເປັນ​ທາງ​ການ ຂ່າວສານບ້ານເມືອງ
ເມືອງວຽງຄຳກຽມພ້ອມ! ລົງໂຄສະນາເຜີຍແຜ່ຜົນຮ້າຍການລະບາດຂອງພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme