ໃນວັນທີ 27/09/2020 ເວລາ 22:14ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດຈັກຕຳກົ້ນລົດໃຫຍ່ ເຂດບ້ານ ໂພນພະເນົາ ເມືອງໄຊເສດຖາ ນະຄອນຫລວງ.



ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)


ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01ຄົນ ເປັນເພດຊາຍ. ອາການເບື້ອງຕົ້ນແມ່ນ : ຂາຂວາຜິດຮູບ ແລະ ບາດແຜຖະຫຼອກຕາມຫນ້າ.


ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງເພື່ອໄປປິ່ນປົວໃຫ້ຊ່ວງເຊົາ.

