ທລຍ: ພາຍຫຼັງສໍາເລັດ ກອງປະຊຸມແນະນໍາ ແລະ ບັ້ນຝຶກອົບຮົມວຽກງານປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ໃຫ້ພະນັກງານ ທລຍ ຂັ້ນບ້ານ ແຂວງຜົ້ງສາລີ ແລະ ອຸດົມໄຊ
ໃນມື້ວັນທີ 26 ກັນຍາ 2020 ເພື່ອເປັນການສ້າງຂະບວນຮ່ວມກັບປະຊາຊົນບ້ານເປົ້າໝາຍ ທລຍ ໃນການແກ້ໄຂຄວາມທຸກຍາກ ແລະ ບັນຫາໂພຊະນາການ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຢ້ຽມຢາມ ພົບປະກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ພ້ອມທັງສ້າງຂະບວນການຮ່ວມກັບປະຊາຊົນດັ່ງກ່າວ ໂດຍໃຊ້ສີລະປະວັນນະຄະດີ ລົງໂຄສະນາ ຢູ່ບ້ານໂພນໄຊ, ເມືອງຫຼາ

ຊຶ່ງເປັນບ້ານເປົ້າໝາຍໜຶ່ງຂອງກອງທຶນຫຼຸດຜ່ອນຄວາມ ທຸກຍາກ ໃນການລົງຢ້ຽມຢາມ ແລະ ສ້າງຂະບວນການໃນຄັ້ງນີ້ ພ້ອມດຽວກັນນີ້ກໍໄດ້ມອບເຄື່ອງນຸ່ງຫົ່ມໃຫ້ແກ່ພໍ໋ແມ່ປະຊາຊົນກໍຄືຄອບຄົວທຸກຍາກ ແລະ ອຸປະກອນການຮຽນໃຫ້ນ້ອງນ້ອຍນັກຮຽນບ້ານດັ່ງກ່າວຈໍານວນໜຶ່ງ.

ບ້ານໂພນໄຊ ຕັ້ງຢູ່ຫ່າງຈາກເມືອງຫຼາ 11 ກິໂລແມັດ, ຫ່າງຈາກແຂວງ 17 ກິໂລແມັດ ປະກອບມີ ປະຊາກອນ 415 ຄົນ, ຍິງ 297 ຄົນ, ປະກອບມີ 108 ຄອບຄົວ, 81 ຫຼັງຄາເຮືອນ. ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ, ເຮັດສວນ, ປູກສາລີເກັບເຄື່ອງປາຂອງດົງ ແລະ ຄ້າຂາຍ.
.

