ລະຫວ່າງວັນທີ 24-25 ກັນຍາ 2020, ພະນັກງານວິຊາການ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ລັດວິສາຫະ ກິດໄຟຟ້າລາວ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ປັບປຸງບໍາລຸງຮັກສາໄຟອໍານາດ ແລະ ປ່ຽນດອກໄຟທາງ 21 ເສັ້ນ ໃນນະຄອນຫຼວງວຽງ ຈັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ.



ໃນຈໍານວນ 21 ເສັ້ນທາງດັ່ງກ່າວ, ລັດວິສາຫະກິດໄຟ ຟ້າລາວ ຮັບຜິດຊອບ 5 ເສັ້ນທາງຫຼັກ ຄື: ຖະໜົນໄກສອນພົມວິຫານ(ປະຕູໄຊ ຫາ ວົງວຽນດອນໜູນ), ຖະໜົນກໍາແພງເມືອງ(ຂົວຮ່ອງແຊງ ຫາ ວົງວຽນໜອງໄຮ), ຖະໜົນທ່າເດືອໄລຍະ1(ວົງວຽນວັດສີເມືອງ ຫາ ວົງວຽນຈີ່ນາຍໂມ້),ຖະໜົນອາຊຽນ 3ແຍກບ້ານອາກາດຫາຖະໜົນ 23 ສິງຫາ ແລະ ໄຟແດງຫຼັກ 6 ຫາ ວົງວຽນໂທລະພາບແຫ່ງ ຊາດ.



Cr: EDL