ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ສະນັ້ນ ໃນວັນທີ 25 ກັນຍາ ຜ່ານມາ ທີ່ ເຮືອນຮັບແຂກ ກະຊວງ ຮສສ , ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳພາພະນັກງານ-ລັດຖະກອນ ທົ່ວກະຊວງ ຮສສ ເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າໃນການປຸກລະດົມ ພະນັກງານທົ່ວກະຊວງ ຮສສ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ, ຊ່ວຍກັນບໍລິຈາກເລືອດ ເພື່ອໄປຊ່ວຍເຫຼືອຄົນເຈັບປ່ວຍ ທີ່ຕ້ອງການເລືອດເພື່ອປິ່ນປົວໃຫ້ລອດຊີວິດຢູ່ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ. ເລືອດກໍຄືຊີວິດ, ຫຼໍ່ລ້ຽງທຸກພາກສ່ວນຂອງຮ່າງກາຍ, ຮ່າງກາຍທີ່ຂາດເລືອດ ເນື່ອງຈາກເຈັບປ່ວຍ ຫຼື ເກີດອຸປັດຕິເຫດ ເຮັດໃຫ້ເສຍເລືອດຫຼາຍເປັນອັນຕະລາຍເຖິງຊີວິດຖ້າບໍ່ໄດ້ຮັບເລືອດທົດແທນ.

ຄວາມຈຳເປັນນຳໃຊ້ເລືອດຢູ່ປະເທດເຮົາໃນແຕ່ລະວັນ ແມ່ນມີຈຳນວນຫຼາຍ, ມີຜູ້ເຈັບປ່ວຍຢູ່ຕາມໂຮງໝໍຕ່າງໆ ທີ່ຕ້ອງການເລືອດໃນແຕລະມື້. ສູນເລືອດແຫ່ງຊາດ ແລະ ບັນດາສູນເລືອດປະຈຳແຂວງໃນທົ່ວປະເທດ ຕ້ອງພະຍາຍາມຈັດຫາ ແລະ ສະໜອງເລືອດ ປະມານ 100-200 ຖົງ ໃນທຸກໆມື້ ໃຫ້ແກ່ຄົນເຈັບປ່ວຍ ທັງສຸກເສີນ ແລະ ປິ່ນປົວດ້ວຍເລືອດໄລຍະຍາວ.
(ຂ່າວ:ຮສສ)