Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທັງງາມທັງເກັງສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ

Posted on 25/09/202025/09/2020 By All in LAOS No Comments on ທັງງາມທັງເກັງສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ

ກ່ອນອື່ນສະແດງຄວາມດີໃຈກັບ ບັນດາບັນດິດໃໝ່ ຈາກ ມະຫາວິທະຍາໄລສຸພານຸວົງ, ເປັນພິເສດ ແມ່ນບັນດິດກຽດນິຍົມອັນດັບ 1 ຈໍານວນ 41​ ຄົນ ແລະ ກຽດນິຍົມອັນດັບ 2 ຈໍານວນ 33 ຄົນ (ມີລາຍຊື່ຢູ່ດ້ານລຸ່ມ). ແລະ ເຊື່ອວ່າຫຼາຍຄົນ ຄົງຮູ້ຈັກ ນາງ ກິ່ງຄໍາ ນິດສະຫວັນ ສາວງາມຈາກ ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ. ເຊິ່ງ ເປັນຮອງນາງສັງຂານ ປີ 2018 ແລະ ຮອງນາງສາວລາວ ປີ 2018.

ມື້ນີ້ ທາງຄອບຄົວ ແລະ ໝູ່ເພື່ອນ ທັງແຟນຄລັບ ຂອງສາວກິ່ງ ແມ່ນພາກັນສະແດງຄວາມຍິນດີກັບບັນດິດໃໝ່. ພິເສດ ແມ່ນສາມາດຄວ້າ ກຽດນິຍົມອັນດັບ 1 ມາໃຫ້ພໍ່ແມ່ຍາດພີ່ນ້ອງຂອງ ກິງຄໍາ ເອງໄດ້ພາກພູມໃຈ.

ສາວກິ່ງຄໍາ ໄດ້ໂພດຂໍ້ຄວາມປະທັບໃຈ ທາງເຟສສ່ວນຕົວຂອງລາວວ່າ

” Finally I’ve gotten it.. Bachelor’s Degree😊. 🙋‍♀️First Class-Honor👩🏻‍🎓
ມື້ແຫ່ງຄວາມສຳເລັດອີກຂັ້ນຂອງການຮຽນ ກ່ອນອື່ນຫມົດຕ້ອງລູກຂໍສະແດງຄວາມຮູ້ບຸນຄຸນມາຍັງແມ່ທີ່ໄດ້ອົດທົນລຳບາກສົ່ງລູກຮຳ່ຮຽນຈົນຈົບໂດຍບໍ່ຮູ້ສຶກຂາດຫຍັງຈັກຢ່າງ ແລະ ລູກຂໍມອບຄວາມສຳເລັດຄັ້ງນີ້ໃຫ້ແມ່ເປັນສິ່ງຕອບແທນແລະສັນຍາວ່າຈະຕັ້ງໃຈເຮັດວຽກຕອບແທນທີ່ແມ່ລ້ຽງລູກມາໃຫ້ໄດ້ດີເປັນດີ..ຕໍ່ມາຕ້ອງຂໍຂອງໃຈມາຍັງຄອບຄົວ ແລະ ພີ່ນ້ອງ ແລະ ຫມູ່ເພື່ອນທີ່ມາຮ່ວມຍິນດີໃນມື້ນີ້😍 ແລະທີ່ສຳຄຳສັນກໍ່ຂໍສະແດງຄວາມຮູ້ບຸນຄຸນມາຍັງອາຈານທຸກໆທ່ານທີ່ໄດ້ຄອຍສິດສອນນັກຮຽນຄົນນີ້ໃຫ້ມີຄວາມຮູ້ຄວາມສາມາດ ຕໍ່ໄປກໍ່ຂໍສັນຍາວ່າຈະນຳເອົາໄປປະຕິບັດໂຕຈິງໃຫ້ເກີດດອກອອກຜົນ…🙏🏻😊 .
ຂອບໃຈຕົນເອງທີ່ມີສະຕິຕັ້ງໃຈຮຳ່ຮຽນ ບໍ່ລະເລິຍ ແລະ ບໍ່ເຮັດສິ່ງທີ່ຜິດ ຖ້າຫາກຂາດສະຕິຊີວິດຄົງມີມື້ນີ້ໄດ້ຍາກ. ຂອບໃຈມາຍັງ ອາຈານ ໄພວັນ ປູນນາລີ ອາຈານທີ່ປຶກສາ, ຂອບໃຈທາງ ມະຫາໄລສຸພານຸວົງ ແລະ ອາຈານທຸກໆທ່ານມານະທີ່ນີ້ດ້ວຍ..

ສາວກິ່ງຄໍາ ຈົບການສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ ດ້ວຍກຽດນິຍົມອັນດັບ 1 ຄະແນນ 3.80 . ຫາກທ່ານໄດ້ມີໂອກາດຕິດຕາມເຟສຂອງ ສາວກິ່ງຄໍາ https://www.facebook.com/kking.nitsavanh ນອກຈາກ ຈະງາມ ເກັ່ງແລ້ວ ຍັງມ່ີຄວາມດຸໝັ່ນ ແລະ ຄ້າຂາຍເກັ່ງນໍາອີກ.

ກໍ່ອວຍພອນໃຫ້ ສາວກິ່ງຄໍາ ປະສົບຜົນສໍາເລັດ ໃນໜ້າທີການງານ ໃນອະນາຄົດ.

ພາບປະທັບໃຈ

.

.

ບັດດິດກຽດນິຍົມຂອງ ມະຫາວິທະຍາໄລສຸພານຸວົງ

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ທີມງານ ແພດຫມໍ ພະແນກຫູດັງຄໍ ແລະ ທີມຫມໍ ໂຮງຫມໍມະໂຫສົດ ຊ່ວຍຊີວິດ ເດັກນ້ອຍກືນລຽນ 1 ບາດອອກມາຢ່າງປອດໄພ
Next Post: ມອບ – ຮັບ ໜ້າທີ່ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

Related Posts

ກໍານົດ13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11ຫຼືຊຽງຂວາງເກມ ຂ່າວສານບ້ານເມືອງ
ລັດຖະບານໂປໂລຍຊ່ວຍເຫຼືອວັກຊີນກັສໂຄວິດຈໍານວນ 501,600 ໂດສໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ
ລົດຈັກຕໍາກັນຮຸນແຮງ ເສຍຊິວິດຄາທີ່ 1 ສາຫັດ 2 ທາງເລກ 10 ບ້ານຂຸດສາມບາດ ຂ່າວສານບ້ານເມືອງ
ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົ ກ ປື ນ ຍິ ງ ຮ້ານຂາຍເຄື່ອງປະຊາຊົນ ຂ່າວສານບ້ານເມືອງ
ປົວດີອອກໂຮງໝໍ 282 ຕິດໃໝ່ 1.466 ເສຍຊີວິດໃໝ່ 6 ຂ່າວສານບ້ານເມືອງ
ເເຈ້ງການ! ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບທິດຊີ້ນຳ ການສະເຫລີມສະຫລອງບຸນ ປີໃຫມ່ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme