ໃນວັນທີ 23 ກັນຍາ 2020 ທີ່ຜ່ານມານີ້ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈໍາສໍານັກງານນາຍົກ ພ້ອມດ້ວຍຄະນະຈາກສູນກາງ, ມີທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຈາກແຂວງ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍການນໍາຂອງເມືອງ ແລະ ຕາງໜ້າຈາກບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ.


ໃນການມາເຄື່ອນໄຫວວຽກຢູ່ເມືອງວິລະບູລີໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ພ້ອມດ້ວຍຄະນະກໍ່ໄດ້ໄປຢ້ຽມຊົມ ແລະ ຊຸກຍູ້ຊາວສວນໝາກກ້ຽງຂອງພີ່ນ້ອງບ້ານ ນາຫອຍ ເມືອງວິລະບູລີ ເຊິ່ງກໍ່ແມ່ນທ່າແຮງເສດຖະກິດທີ່ສໍາຄັນອີກຢ່າງໜຶ່ງຂອງເມືອງກໍ່ຄືຊາວກະສິກອນໃນການປູກໝາກກ້ຽງ ສົ່ງຂາຍເປັນສິນຄ້າບໍລິໂພກພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງກໍ່ຄືສົ່ງໃຫ້ໂຄງການຂຸດຄົ້ນຄໍາ – ທອງເຊໂປນ; ຈາກນັ້ນທ່ານພ້ອມດ້ວຍຄະນະກໍ່ຍັງໄດ້ແວ່ເຂົ້າຢ້ຽມຊົມຫໍວັດທະນະທໍາຂອງເມືອງວິລະບູລີ ເຊິ່ງເປັນສະຖານທີ່ຈັດວາງສະແດງວັດຖຸບູຮານຫຼາຍຊະນິດທີ່ມີອາຍຸຫຼາຍກ່ວາ 2.000 ປີ ທີ່ຂຸດຄົ້ນໄດ້ຈາກເຂດສໍາປະທານຂອງໂຄງການບໍ່ຄໍາ – ທອງເຊໂປນ ແລະ ໃນຂອບເຂດເມືອງວິລະບູລີ


ພາບ-ຂ່າວ : ຫ້ອງວ່າການເມືອງວິລະບູລີ