Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງຮຽນ 303 ເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດ ຊຸດທີ 30

Posted on 25/09/202025/09/2020 By News No Comments on ໂຮງຮຽນ 303 ເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດ ຊຸດທີ 30

ວັນທີ 24 ກັນຍາ ນີ້, ໂຮງຮຽນ 303 ໄດ້ຈັດພິທີເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດຊຸດທີ 30 ແລະ ພະນັກງານບໍາລຸງລະບົບ 6 ເດືອນຊຸດທີ 2 ສົກຮຽນ 2020-2021, ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າກຳ ມະການຄະນະປະຈຳພັກກົມໃຫຍ່ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ 303, ຕາງໜ້າກົມ 49, ກົມໂຮງຮຽນ, ກົມອົບຮົມ, ກົມກໍາລັງພົນ, ກອງພັນໃຫຍ່497, ໂຮງຮຽນ 301, ໂຮງຮຽນທະຫານຊາຍແດນ 712, ພະນັກງານ, ຄູ-ອາຈານ, ແຂກຖືກເຊີນພ້ອມດ້ວຍນັກ ຮຽນກໍ່ສ້າງນາຍສິບຊຸດທີ 30 ແລະ ພະນັກງານບຳລຸງຊຸດທີ 2 ເຂົ້າຮ່ວມ. ອີງຕາມແຜນການອົບຮົບທີ່ ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຮອງຫົວໜ້າພະແນກອົບ ຮົມໂຮງຮຽນ 303 ລາຍງານຕໍ່ພິທີໃຫ້ຮູ້ວ່າ: ການເປີດຮຽນກໍ່ສ້າງນາຍສິບຕີພິເສດຊຸດທີ 30 ສົກ ຮຽນ 2020-2021 ມີນັກຮຽນທັງໝົດ 210 ສະຫາຍ ແລະ ພະນັກງານບໍາລຸງລະບົບ 6 ເດືອນ ຊຸດທີ 2 ຈໍານວນ 50 ສະຫາຍ.

ການເປີດຮຽນກໍ່ສ້າງ ແລະ ບໍາລຸງຄັ້ງນີ້ ແມ່ນເພື່ອແນ່ໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ນັບມື້ມີຄວາມເຂັ້ມແຂງຂຶ້ນເວົ້າລວມ, ເວົ້າສະເພາະກໍແມ່ນກໍ່ສ້າງກຳລັງຕີພິເສດໃຫ້ທັນສະໄໝຂຶ້ນເທື່ອລະກ້າວເພື່ອສ້າງເປັນນາຍທະຫານສືບທອດໃນອະນາຄົດປະກອບໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີ ຄວາມຮັບປະກັນ. ຊຸດອົບຮົມຄັ້ງນີ້ຈະໃຊ້ເວລາທັງໝົດ 10 ເດືອນ ແບ່ງອອກເປັນ 3 ພາກຄື: ພາກ ການເມືອງ, ພາກການທະຫານ ແລະ ພາກພະລາທິການ. ໂອກາດນີ້, ສະຫາຍ ພົນຕີ ສີ ດາລໍ່ ຈົ່ງເຕັງເຈ້ຍຊ້າໄດ້ໂອ້ລົມຕໍ່ພະນັກງານ, ຄູ-ອາຈານ ແລະ ນັກ ຮຽນ-ນັກສຶກສາໂດຍໄດ້ເນັ້ນ ໜັກຫຼາຍບັນຫາທີ່ສຳຄັນ ເຊິ່ງທັງໝົດແມ່ນເພື່ອແນ່ໃສ່ເຮັດໃຫ້ໜ້າທີ່ການເມືອງຂອງກົມກອງໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງ, ຮຽກຮ້ອງໃຫ້ຄະນະພັກ-ຄະນະ ອຳນວຍການ, ຄູ-ອາຈານຕະຫຼອດຮອດນັກຮຽນຈົ່ງເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບເປັນເຈົ້າການໃນການຊີ້ນຳ-ນຳພາ ເປັນຕົ້ນແມ່ນການປັບປຸງຫຼັກສູດການຮຽນ-ການສອນໃຫ້ ມີຄຸນນະພາບສູງ, ປະຕິບັດຫນ້າທີ່ວິຊາສະເພາະຕິດຕາມໂມງເວລາການຂຶ້ນຫ້ອງສິດສອນໃຫ້ຖືກຕ້ອງຕາມກຳນົດເວລາ ແລະ ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ.

ຂ່າວສານບ້ານເມືອງ

Post navigation

Previous Post: ນັກພັດທະນາດີເດັ່ນແຫ່ງຊາດ ທ່ານ ເກຍ ອູ໊ສິດທິເດດ ຜູ່ເດີນຕາມແນວທາງ ພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມ
Next Post: ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວວຽກຢູ່ເມືອງວິລະບູລີ

Related Posts

ພົບເຫັນເງິນ 21 ລ້ານກວ່າກີບ ຂອງປະຊາຊົນຫລັງນໍ້າຖ້ວມ ຂ່າວສານບ້ານເມືອງ
ຊົມເຊີຍ! ແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ທັງໝົດ 4 ກໍລະນີ ຂ່າວສານບ້ານເມືອງ
ແຂວງວຽງຈັນອອກແຈ້ງການ! ສືບຕໍ່ເພີ່ມທະວີ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບເອກອັກຄະຣາຊະທູດໄທ ຄົນໃໝ່ ຂ່າວສານບ້ານເມືອງ
ກົມພິພິຕະພັນ ໄກສອນ ພົມວິຫານ ລົງມາເຄື່ອນໄຫວວຽກງານທີ່ເມືອງຍົມມະລາດແຂວງຄຳມ່ວນ ຂ່າວສານບ້ານເມືອງ
ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ (ຄສ 2020 )ທີ່ນະຄອນຫລວງພຣະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme