Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄືມາຄັກແທ້! ຢາກຈ່າຍຄ່າລົດເມລາຄາຖືກ ເຮັດບັດໄດ້ແລ້ວມື້ນີ້ ສາມາດຂີ່ໄດ້ໂດຍບໍ່ນັບຈຳນວນຖ້ຽວ

Posted on 25/09/202025/09/2020 By News No Comments on ຄືມາຄັກແທ້! ຢາກຈ່າຍຄ່າລົດເມລາຄາຖືກ ເຮັດບັດໄດ້ແລ້ວມື້ນີ້ ສາມາດຂີ່ໄດ້ໂດຍບໍ່ນັບຈຳນວນຖ້ຽວ

ດົນໆຈະມີຂ່າວດີແບບນີ້ ແລະປະເທດເຮົາຖືວ່າມີແຕ່ນະຄອນຫຼວງວຽງຈັນທີ່ເປີດໃຫ້ບໍລິການຂີ່ລົດໂດຍສານແບບມອບເໝົາຈ່າຍເທື່ອດຽວຂີ່ເປັນເວລາ 3 ເດືອນ, 6 ເດືອນ ແລະ 1 ປີໃນລາຄາທີ່ປະຢັດຖ້າທຽບໃສ່ການຈ່າຍເປັນຄັ້ງ ການເຮັດບັດຂີ່ລົດເມແບບນີ້ເໝາະສຳລັບນັກຮຽນນັກສຶກສາ, ແມ່ຄ້າຊາວຂາຍທີ່ຂີ່ລົດເປັນປະຈຳໃນສາຍທາງນັ້ນໆ ອັນສຳຄັນເພິ່ນບໍ່ນັບຈຳນວນຖ້ຽວ.

ຮູບພາບປະກອບ

ທັ້ງນີ້ກໍ່ເພື່ອເປັນການຕ້ອນຮັບການເປີດສົກຮຽນໃໝ່ສຳລັບນ້ອງໆນັກຮຽນ, ນັກສຶກສາ, ພະນັກງານຄູອາຈານ ແລະ ພໍ່ແມ່ປະຊາຊົນທົ່ວໄປ ທີ່ໃຊ້ບໍລິການລົດເມປະຈຳທາງໃນການໂດຍສານໃນຊີວິດປະຈຳວັນ ໃນການອຳນວຍຄວາມສະດວກໃນການນຳໃຊ້ລົດເມປະຈຳທາງຕາມ 9 ສາຍທາງຂອງນະຄອນຫຼວງວຽງຈັນ.

ຮູບພາບປະກອບ

ໂດຍລັດວິສາຫະກິດ ລົດເມນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 035/ລລມ.ນວ ລົງວັນທີ 9 ກັນຍາ 2020 ກ່ຽວກັບນະໂຍບາຍການຂາຍບັດຂີ່ລົດເມ ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 38/ຈນວ, ລົງວັນທີ 03/07/2009 ວ່າດ້ວຍການ ຕົກລົງ ແລະ ການເຄື່ອນໄຫວຂອງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມການຂົນສົ່ງສາທາລະນະ ເພື່ອເປັນການຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວທີ່ເປັນສາເຫດເກີດມີຄວາມແອອັດຂອງການຈະລາຈອນບົນທ້ອງຖະໜົນ, ເກີດອຸປະຕິເຫດ, ເກີດມົນລະພິດທາງອາກາດ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງນັກຮຽນ, ນັກສຶກສາ ແລະ ມວນຊົນທົ່ວໄປ.

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຈຶ່ງໄດ້ເປີດຮັບລົງທະບຽນເຮັດບັດຂີ່ລົດເມນະໂຍບາຍລາຄາຖືກ ນັບແຕ່ ວັນທີ 21/09/2020 ເປັນຕົ້ນໄປ, ເຊິ່ງໄດ້ກໍານົດລາຄາບັດຂອງແຕ່ລະສາຍທາງ ມີລາຍລະອຽດດັ່ງນີ້ :

1 ສາຍທາງ 14. ທ່າເດື່ອ ກຳນົດລາຄາບັດ 1 ປີ ລາຄາ 1.900.000 ກີບ; 6 ເດືອນ ລາຄາ 1.000.000 ກີບ; 3 ເດືອນ ລາຄາ 600.000 ກີບ.

2 ສາຍທາງ 23. ທ່າງ່ອນ ກຳນົດລາຄາບັດ 1 ປີ 1.700.000 ກີບ; 6 ເດືອນ 900.000 ກີບ; 3 ເດືອນ 500.000 ກີບ.

3 ສາຍທາງ 08. ສາຍເຫນືອ, 20. ດົງຄໍາຊ້າງ, 11. ຊັ່ງຈ່ຽງ-ສີໄຄ-ຫນອງແຕ່ງ ກຳນົດລາຄາບັດ 1 ປີ 1.200.000 ກີບ; 6 ເດືອນ 700.000 ກີບ; 3 ເດືອນ 400.000 ກີບ.

4 ສາຍທາງ 29. ດົງໂດກ, 31. ໂພນຕ້ອງ, 32. ດອນປ່າໃໝ່, 10. ໄອເຕັກ ກຳນົດລາຄາບັດ 1 ປີ 900.000 ກີບ; 6 ເດືອນ 500.000 ກີບ; 3 ເດືອນ 300.000 ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນ ເລື່ອງເຝົ້າລະວັງການລະບາຍນໍ້າ ຂອງເຂື່ອນໄຟຟ້າຫ້ວຍລໍາພັນໃຫ່ຍ
Next Post: ຕົ້ນໄມ້ລົ້ມທັບຂວາງທາງກາງເດິກ

Related Posts

ສັບຊ້ອນໃຫ້ອົງການກວດກາລັດຖະບານຂຶ້ນກັບປະທານປະເທດໂດຍກົງ ເອີ້ນວ່າ​ ອົງການກວດກາແຫ່ງລັດ ຂ່າວສານບ້ານເມືອງ
ຍິງອາຍຸ 49 ປີ ຖືກລົດຕໍາ ເສຍຊີວິດຄາທີ່ ຢູ່ທາງເມືອງຫີນເຫີບ ຂ່າວສານບ້ານເມືອງ
40 ບໍລິສັດຈັດຫາງານທີ່ໄດ້ຮັບອານຸຍາດເຄື່ອນໄຫວຈັດສົ່ງແຮງງານທັງພາຍໃນ ແລະ ຕ່າງປະເທດ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອຍົກລະດັບການດໍາເນີນຄະດີສືບສວນ-ສອບສວນກ່ຽວກັບຊັບພະຍາກອນປ່າໄມ້. ຂ່າວສານບ້ານເມືອງ
ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ ຂ່າວສານບ້ານເມືອງ
ດ່ວນ! ນາຍົກລັດຖະມົນຕີ ວາງ 5 ມາດຕາສໍາຄັນ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme