Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍແຄມທາງເລກ9B ຢູ່ເຂດບ້ານໂພນຊາຍ ແລະ ເຂດວົງວຽນກະບອງໃຫຍ່

Posted on 24/09/202024/09/2020 By News No Comments on ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍແຄມທາງເລກ9B ຢູ່ເຂດບ້ານໂພນຊາຍ ແລະ ເຂດວົງວຽນກະບອງໃຫຍ່

ເພື່ອເຮັດໃຫ້ເທດສະບານນະຄອນໄກສອນ ພົມວິຫານ ໃຫ້ມີຄວາມສະອາດ ສວຍງາມ.

ດັ່ງນັ້ນໃນຕອນບ່າຍຂອງວັນທີ 22 ກັນຍາ 2020 ນີ້,ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະ,ເຊິ່ງປະກອບມີ : ພະແນກ ຍທຂ ແຂວງ ແລະ ຫົວໜ້າຫ້ອງການ ຍທຂ ນະຄອນ,ພ້ອມດ້ວຍອໍານາດການປົກຄອງບ້ານໂພນຊາຍ ໄດ້ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍແຄມທາງເລກ 9B ຢູ່ເຂດບ້ານໂພນຊາຍ ແລະ ເຂດວົງວຽນກະບອງໃຫຍ່ ໃນການລົງຕິດຕາມການແກ້ໄຂຮ່ອງລະບາຍນໍ້າແຄມທາງໃນຄັ້ງນີ້,ເນື່ອງຈາກສະພາບ ຮ່ອງລະບາຍນໍ້າທີ່ອຸດຕັນ ເຊິ່ງເປັນສາເຫດໃຫ້ນ້ຳລົ້ນຖະໜົນ ແລະ ຖ້ວມຂັງບ້ານເຮືອນປະຊາຊົນໃນເວລາຝົນຕົກ ໂດຍນໍາໃຊ້ກົນຈັກສົມທົບກັບແຮງງານຂອງປະຊາຊົນບ້ານໂພນຊາຍ ທີ່ຕື່ນຕົວເປັນເຈົ້າການຢາກແກ້ໄຂບັນຫານໍ້າຖ້ວມຂັງໃນລະດູຝົນທີ່ຊໍາເຮື້ອມາແຕ່ລະປີ.

ໂອກາດນີ້ ທ່ານເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ຮຽກຮ້ອງໃຫ້ຜູ້ປະກອບການໃຫ້ເອົາໃຈໃສ່ປະຕິບັດແຈ້ງການຂອງທ່ານເຈົ້ານະຄອນ, ກ່ຽວກັບການຕໍ່ຮ້ານຕໍ່ເທີບກາຍເຂດສະຫງວນທາງຄົນຍ່າງ ທັງນີ້ກໍ່ເພື່ອໃຫ້ນະຄອນມີຄວາມສວຍງາມແລະ ໃຫ້ ໄດ້ຄາດໜາຍ 6 ສໍຄື: ສ ສະອາດ ,ສໍ ສະຫງົບ ,ສໍ ສີຂຽວ, ສໍ ສະຫວ່າງ ,ສໍສະເໜ່ ແລະ ສໍ ສີວິໄລໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ພິທີມອບ – ຮັບເສັ້ນທາງຢູ່ກອງພັນ 619 ທະຫານແຂວງບໍລິຄຳໄຊ
Next Post: ໄຂກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ ບໍລິຄຳໄຊ

Related Posts

ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີຈຳນວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ ຂ່າວສານບ້ານເມືອງ
ຈໍາປາສັກອອກແຈ້ງການສືບຕໍ່ເພີ່ມທະວີຄວາມເຂັ້ມງວດປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ແນວໃດຈຶ່ງວ່າດີ…! ວິທີການໃຫ້ທານຂອງຄົນດີ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນອີກ +60 ຄົນ ຂ່າວສານບ້ານເມືອງ
ເກີດເຫດ ໄຟໄຫມ້ເຮືອນ ເສຍຫາຍ 1 ຫລັງຢູ່ບ້ານ ຈອມມະນີ ຂ່າວສານບ້ານເມືອງ
ບໍ່ຢາກທຸກໃຫ້ອ່ານບົດຄວາມນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme