Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີມອບ – ຮັບເສັ້ນທາງຢູ່ກອງພັນ 619 ທະຫານແຂວງບໍລິຄຳໄຊ

Posted on 24/09/202024/09/2020 By All in LAOS No Comments on ພິທີມອບ – ຮັບເສັ້ນທາງຢູ່ກອງພັນ 619 ທະຫານແຂວງບໍລິຄຳໄຊ

ບໍລິຄໍາໄຊ: ພິທີມອບ-ຮັບເສັ້ນທາງດິນ ແດງຢູ່ກອງພັນ 619 ທະຫານ ແຂວງບໍລິຄຳໄຊ, ລະຫວ່າງຫ້ອງ ການຊາວໜຸ່ມແຂວງ ແລະ ກອງ ບັນຊາການທະຫານແຂວງບໍລິ ຄຳໄຊ, ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2020 ໂດຍໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ພັນເອກ ຄຳ ສາຍ ພັນດານຸວົງ ກຳມະການຄະ ນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງບໍລິຄຳ ໄຊ, ມີສະຫາຍ ທອງມະນີ ໂຄດປັນ ຍາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ເລຂາຄະ ນະບໍລິຫານງານຊາວໜຸ່ມແຂວງ ບໍລິຄຳໄຊ, ມີທ່ານ ນາງ ທອງປານ ສະຫວັນເພັດ ຕາງໜ້າບໍລິສັດ ແກ້ວດາວອນ ການໄຟຟ້າ ແລະ ສົ່ງເສີມກະສິກຳ ຈຳກັດ, ມີຄະ ນະພັກກອງບັນຊາການ, ຄະນະ ບໍລິຫານງານຊາວໜຸ່ມແຂວງ, ບັນດາຮາກຖານຊາວອ້ອມຂ້າງ ແຂວງ, ຄະນະກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ໃນທົ່ວກອງພັນເຂົ້າຮ່ວມ.

ໃນພິທີ ສະຫາຍ ທອງມະນີ ໂຄດປັນຍາ ກໍໄດ້ຂຶ້ນລາຍງານ ໃນການສ້ອມແປງເສັ້ນທາງຢູ່ ກອງພັນ 619 ເຊິ່ງໄດ້ຖົມດິນ ແດງຈຳນວນ 100 ກວ່າລົດ ແລະ ໄດ້ໃຊ້ລົດໄຖນາກວດປັບປຸງ ເສັ້ນທາງ, ມີໄລຍະຄວາມຍາວ 400 ແມັດ ລວມມູນຄ່າໃນການ ສ້ອມແປງ 20 ລ້ານກີບ ໂດຍ ແມ່ນ ບໍລິສັດ ແກ້ວດາວອນ ການ ໄຟຟ້າ ແລະ ສົ່ງເສີມກະສິກຳ ຈຳກັດ ໃຫ້ຄວາມຊ່ວຍເຫຼືອຫຼ້າ, ພ້ອມທັງກ່າວມອບໃຫ້ແກ່ກອງ ບັນຊາການແຂວງເປັນຜູ້ນຳໃຊ້ ແລະ ປົກປັກຮັກສາຕໍ່ໄປ ແລະ ໃຫ້ກຽດຂື້ນກ່າວຮັບຂອງສະ ຫາຍ ພັນເອກ ຄຳສາຍ ພັນດານຸ ວົງ ແລະ ໄດ້ກ່າວມອບຕໍ່ໃຫ້ກອງ ພັນ 619 ເປັນຜູ້ນຳໃຊ້,

ຈາກນັ້ນ ສະຫາຍ ພັນໂທ ຈອນ ຕັນທະລີວົງ ເລຂາຄະນະພັກຮາກຖານ ຫົວ ໜ້າ ການເມືອງກອງພັນ 619 ກໍໄດ້ຂຶ້ນກ່າວຮັບເອົາເສັ້ນທາງ ດັ່ງກ່າວຈາກກອງບັນຊາການທະ ຫານແຂວງ, ພ້ອມທັງກ່າວຄຳ ຂອບໃຈທີ່ພັກ-ລັດ ຂັ້ນເທິງໃຫ້ ການຊ່ວຍເຫຼືອໃນຄັ້ງນີ້, ໂດຍ ສະເພາະກໍ່ແມ່ນກອງບັນຊາການ ທະຫານແຂວງ ກໍຄືຫ້ອງການ ຊາວໜຸ່ມແຂວງ ແລະ ບໍລິສັດ ແກ້ວດາວອນ ການໄຟຟ້າ ແລະ ສົ່ງເສີມກະສິກຳ ຈຳກັດ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າຈະນຳ ໃຊ້ພ້ອມທັງການບົວລະບັດ ຮັກສາເສັ້ນທາງນີ້ ໃຫ້ນຳໃຊ້ໄດ້ ຍາວນານ ແລະ ເກີດປະໂຫຍດສູງ ສຸດ.

ໂດຍ: ສີທອງຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ
Next Post: ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍແຄມທາງເລກ9B ຢູ່ເຂດບ້ານໂພນຊາຍ ແລະ ເຂດວົງວຽນກະບອງໃຫຍ່

Related Posts

ຜົນກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ຂ່າວສານບ້ານເມືອງ
ເມືອງ ຕົ້ນເຜີ້ງ ເລີ່ມປະຕິບັດແຈ້ງການດ່ວນເລີ່ມແຕ່ວັນທີ 12 – 25 ມັງກອນ 2021 ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພອນລົງສຳຫຼວດເສັ້ນທາງແຕ່ບ້ານຜັກຂະຍ່າຫາບ້ານສົ້ມໂຮງ ຂ່າວສານບ້ານເມືອງ
ເຈົ້າແຂວງຫຼວງພະບາງຕິດຕາມກວດກາໂຄງການພັດທະນາ ແລະ ປັບປຸງເທດສະບານເມືອງພູຄູນ ຂ່າວສານບ້ານເມືອງ
ສະຫະລັດອາເມລິກາ ຊ່ວຍເຫລືອວັກຊິນ ໄຟເຊີ 899.730 ໂດສ ເພີ່ມແກ່ ສປປ ລາວ ຂ່າວສານບ້ານເມືອງ
ທາງ 28A ຂາດຫຼາຍຈຸດ ບ້ານອຸດົມສຸກຖ້ວມໝົດບ້ານ ສະພາບອຸທົກກະໄພທີ່ເມືອງເຊໂປນ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme