Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ

Posted on 24/09/202024/09/2020 By News No Comments on ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ

ແຫລ່ງຂ່າວຈາກ ໄຊຍະບູລີ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 21-23 ກັນຍາ 2020 ນີ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ລົງເກັບກຳຈຳນວນຜູ້ລ້ຽງໝູ ແລະ ທຳລາຍໝູທີ່ຕິດເຊື້ອພະຍາດ ອະຫິວາໝູອາຟຣິກກາຢູ່ 2 ບ້ານຄື: ບ້ານແກ່ນ ແລະ ບ້ານສາມັກຄີໄຊ ເມືອງຊຽງຮ່ອນ ພາຍຫລັງທີ່ໄດ້ຮັບຜົນກວດເລືອດ ແລະ ຊິ້ນສ່ວນຂອງໝູຢູ່ 2 ບ້ານດັ່ງກ່າວ ຈາກສູນວິໄຈພະຍາດສັດ ກະຊວງກະສິກຳ ແລະ ປ່າໄມ້ ວ່າພົບເຫັນເຊື້ອພະຍາດອະຫິວາໝູອາຟຣິກກາ ໃນຄັ້ງວັນທີ 16 ກັນຍາ 2020 ຜ່ານມາ.

ປັດຈຸບັນ ວິຊາການໄດ້ລົງເກັບກຳຂໍ້ມູນ, ເຊິ່ງການລະບາດຂອງພະຍາດດັ່ງກ່າວໄດ້ແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານແກ່ນ, ສາມັກຄີໄຊ, ດອນເຟືອງ, ບ້ານຂິ່ງ, ລາວສະໂນ, ນໍ້າກອກ, ນາອອນ, ຫົວນາ, ບ້ານດົງ, ຫ້ວຍຮາກ, ບ້ານຊ້າງ, ບ້ານຄໍ້າ ແລະ ບ້ານນ້ຳຄ່ອມ ມີໝູຕາຍທັງໝົດ 195 ໂຕ. ຂະນະດຽວກັນທາງວິຊາການສັດຕະແພດ ແລະ ການນຳຂັ້ນເມືອງໄດ້ລົງລະດົມແນວຄິດຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ, ພ້ອມທັງທໍາລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ 216 ໂຕ ນ້ຳໜັກ 5.393 ກິໂລກຣາມ ແລະ ບ້ານສາມັກຄີໄຊ 31 ໂຕ ນໍ້າໜັກ 804 ກິໂລກຣາມ ລວມມູນຄ່າເສຍຫາຍ 200 ລ້ານກວ່າກີບ.

ໄລຍະຜ່ານມາເຫັນວ່າ ອໍານາດການປົກຄອງບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ ເປັນຕົ້ນແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ໄດ້ເອົາໃຈໃສເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດສັດ ເນື່ອງຈາກສະພາບດິນຟ້າອາກາດ ມີການປ່ຽນແປງກະທັນຫັນ, ສັດລ້ຽງຂາດແຄນອາຫານ, ເຈົ້າຂອງສັດຈໍານວນໜຶ່ງ ຍັງຖືເບົາຕໍ່ການຮັກສາສຸຂະພາບສັດຂອງຕົນເອງ, ຜູ້ປະກອບການບາງພາກສ່ວນ ບໍ່ໄດ້ເອົາໃຈໃສ່ ປະຕິບັດຕາມການຄຸ້ມຄອງ, ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດທີ່ວາງອອກ, ຍັງມີການຊື້ສັດມາຈາກບ່ອນທີ່ມີການລະບາດຂອງພະຍາດ ຈຶ່ງເປັນສາເຫດໃຫ້ມີ ການລະບາດ ຂອງພະຍາດດັ່ງກ່າວ.

ຂ່າວ: ດອນຂຽວພະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ປຶກສາຫາລື ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ
Next Post: ພິທີມອບ – ຮັບເສັ້ນທາງຢູ່ກອງພັນ 619 ທະຫານແຂວງບໍລິຄຳໄຊ

Related Posts

ຂ່າວດີປັບລົງລາຄາຄ່າຜ່ານທາງ! ເສັ້ນທາງໂພນທອງຫາວັງເຕົ່າ ແລະເສັ້ນທາງໂພນທອງຫາເມືອງຈຳປາສັກ ໃຫມ່ ຂ່າວສານບ້ານເມືອງ
ເກີດເຫດລົດໃຫຍ່ປະທະລົດໃຫຍ່ຢູ່ເສັ້ນທາງພູເກົ້າຫຼັກ ຂ່າວສານບ້ານເມືອງ
ຂ່າວດ່ວນໂຄວິດລາວພົບຜູ້ຕິດເຊື້ອມື້ນີ້ 310ຄົນ ຂ່າວສານບ້ານເມືອງ
ປິດລ້ອມຖືກຈັບໃນສວນຢາງ ພ້ອມຢາບ້າ 1.979 ເມັດ ຂ່າວສານບ້ານເມືອງ
14ຄົນ ລັ ກ ລ ອ ບ ເຂົ້າເມືອງແບບ ຜິ ດ ກົດໝາຍເຂດທ່າບ້ານດອນມະໄຫຼ ຂ່າວສານບ້ານເມືອງ
ດ່ວນພີ່ນ້ອງ! ສະຫວັນນະເຂດມີຄໍາສັ່ງ ລັອກດາວຢ່າງເປັນທາງການແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme